ລັດຖະສະພາເອີລົບ ເອົາໃຈໃສ່ການຊຸກຍູ້ FTA ກັບ ຫວຽດນາມ

ລັດຖະສະພາເອີລົບ ເອົາໃຈໃສ່ການຊຸກຍູ້ FTA ກັບ ຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 24/2, ທີ່​ສຳນັກງານ​ລັດຖະສະພາ​ເອີ​ລົບ (EP) ຢູ່​ບຣຸກ​ແຊນ ​ໄດ້​ດຳ​ເນີນວາລະ​ອະພິ​ປາຍ ກ່ຽວ​ກັບ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ລະຫວ່າງ​ສະຫະພາບ​ເອີ​ລົບ (EU) ກັບ​ຫວຽດນາມ (EVFTA). ທີ່ວາລະ​ອະພິ​ປາຍ, ທ່ານ​ຫົວໜ້າ​ຄະນະ​ເຈລະຈາ EU Mauro Petriccione ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແມ່ນ​ປະ​ເທດ​ພວມ​ພັດທະນາ​ທຳ​ອິດດຳ​ເນີນ​​ການ​ເຈລະຈາ​ FTA ກັບ EU ​ແລະ ​ແມ່ນ​ສະມາຊິກ​ທີ 2 ຂອງ​ສະຫະ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ASEAN) ພວມມຸ່ງ​ໄປ​ເຖິງ​ການ​ປະຕິບັດ​ສຳ​ເລັດ​ການ​ເຈລະຈາ FTA ກັບ EU, ຖັດຈາກ ສິງກະ​ໂປ. ດັ່ງ​ນັ້ນ, EU ພວມ​ມີ​ການ​ຊັ່ງຊາ​ກ່ຽວ​ກັບລະດັບ​ພັດທະນາ​ຂອງ​ຫວຽດນາມ ​ແລະ ​ໄດ້​ສະ​ແດງ​ຢ່າງ​ໄຫວ​ພິບ​ ​ແລະ ​ແນ່ນອນ​ໃນ​ວິວັດ​ການ​ເຈລະຈາ​ກັບ​ຫວຽດນາມ. ທ່ານ​ຫົວໜ້າ​ຄະນະ​ເຈລະຈາ EU ​ໄດ້​ສະ​ແດງ​ຄວາມ​ໄວ້​ເນື້ອ​ເຊ​ື່ອໃຈວ່າ 2 ຝ່າຍ​ອາດ​ຈະ​ສິ້ນ​ສຸດ​ການ​ເຈລະຈາ​ຄັ້ງ​ສຸດ​ທ້າຍ ​ເຊິ່ງຈະ​ໄດ້​ດຳ​ເນີນ​ໃນ​ເດືອນ 3 ຈະ​ມາ​ເຖິງ​ຢູ່​ຫວຽດນາມ ກໍ່​ຄື​​ເລື່ອງ EP ອຳນວຍ​ຄວາມ​ສະດວກ​​ໃຫ້ສັດຕະຍະ​ບັນສັນຍາ​ນີ້​ໂດຍ​ໄວ. ສ່ວນທ່ານ​ຮອງ​ປະທານຄະນະ​ກຳມະການ​ການ​ຄ້າ​ສາກົນ (INTA) ຂອງ EP Jan Zahradil ຖື​ວ່າ ບົນ​ພື້ນຖານ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ກໍ່​ຄືຄວາມ​ຄືບ​ໜ້າ​ໃນການ​ເຈລະຈາ, 2 ຝ່າຍ​ສາມາດ​ເຊື່ອ​ໝັ້ນ​ວ່າ EVFTA ຈະ​ໄດ້​ຮັບ​ການ​ສຳ​ເລັດ​ໂດຍ​ໄວ.

        ກ່າວ​ຄວາມ​ເຫັນ​ທີ່ວາລະ​ອະພິ​ປາຍ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາຊະ​ອານາຈັກ​ແບນ​ຊິກ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ ປະຈຳ EU ​ເວື​ອງ​ເທື່ອ​ຟອງ ຢືນຢັນ​ວ່າ ດ້ວຍ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ຂອງ​ຫວຽດນາມ ພ້ອມ​ກັບ EU ຈະ​ຊຸກຍູ້​ການ​ເຈລະຈາ​ບັນລຸ​ໄດ້​ໝາກຜົນ​ຄື​ດັ່ງ​ຄວາມ​ຫວັງ​ໂດຍ​ໄວ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເວື​ອງ​ເທື່ອ​ຟອງ ​ໄດ້​ສະ​ແດງ​ຄວາມ​ມຸ່ງ​ຫວັງ​ວ່າ 2 ຝ່າຍ​ຈະ​ສິ້ນ​ສຸດ​ການ​ເຈລະຈາ​ກ່ອນ​ທ້າຍງວດທີ I ຂອງປີ​ນີ້ ​​​ແທດເໝາະ​​ກັບ​ຂໍ້​ຕົກລົງ ​ແລະ ການ​ຊີ້​ນຳ​ນຳພາ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ຫວຽດນາມ ​ແລະ EU.

ຂ່າວ/ບົດ​ອື່ນ