ລັດຖະສະພາເອີລົບຮັບຮອງເອົາPCAກັບຫວຽດນາມ

ລັດຖະສະພາເອີລົບຮັບຮອງເອົາPCAກັບຫວຽດນາມ - ảnh 1
(ພາບປະກອບ)

(Vovworld)- ວັນ​ທີ 17/12 ທີ່​ວາລະ​ປະຊຸມ​ຄົບ​ຄະນະ​ຢູ່​ນະຄອນຫຼວງ Strasbourg ປະ​ເທດ​ຝຣັ່ງ, ລັດຖະສະພາ​​ເອີ​ລົບ (EP) ​ໄດ້​ຮັບຮອງ​ເອົາ​ມະຕິໃຫ້​ສັດຕະຍາບັນ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ​ຮ່ວມ​ມື​ຮອບດ້ານ (PCA) ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອປີ 2012 ລະຫວ່າງ EU ​ແລະ ຫວຽດນາມ​ ຢ່າງ​ເປັນ​ທາງ​ການ, ດ້ວຍ​ບັດ​ເຫັນ​ດີ​ກ່ວາ ¾. ມະຕິ​ໄດ້​ຢັ້ງຢືນ​ວ່າ: ພາຍຫຼັງ 25 ປີ​ ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ການ​ຮ່ວມ​ມື​ລະຫວ່າງ EU ກັບ​ຫວຽດນາມ​​ ໄດ້ຮັບ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ, ​ ​ຫັນ​ຈາກ​ການ​ແລກປ່ຽນ​ດ້ານ​ການ​ຄ້າ ​ແລະ ​ຊ່ວຍ​ເຫຼືອ​ເປັນ​ຕົ້ນ​ໃຫ້ ​ເປັນ​ການ​ຮ່ວມ​ມື ​ແລະ ຄູ່​ຮ່ວມ​ມື​ຮອບດ້ານ. ລັດຖະສະພາ​ເອີ​ລົບ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ລົງ​ນາມ​ໃນ​ສັນຍາ PCA ກັບ​ຫວຽດນາມ​ ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳຄັນທີ່​ສຸດ ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ຂອງ​ຫວຽດນາມ, ​​ແລະ ເປັນຄູ່​ຮ່ວມ​ມືທີ່​ສຳຄັນ​ຂອງ EU ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ອາ​ຊຽນ. ມະຕິ​ເນັ້ນ​ໜັກ​ວ່າ ສັນຍາ PCA ຈະ​ນຳ​ການ​ພົວພັນ EU - ຫວຽດນາມ​ ນັບ​ມື້​ນັບ​ມີ​ການ​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ, ​ເພີ່ມທະວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ ໃນ​ບັນດາ​ຂົງ​ເຂດການ​ຄ້າ, ການ​ລົງທຶນ, ການ​ຮ່ວມ​ມືພັດທະນາ​ ກໍ່​ຄື​ໃນ​ບັນດາ​ຂົງ​ເຂດ​ສັງຄົມ, ປະຊາທິປະ​ໄຕ, ສິດທິ​ມະນຸດ ​ແລະ ສົມທົບກັນ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ສຳລັບ​ພາກ​ພື້ນ ​ແລະ ​ໃນ​ໂລກ.

    ​ແລະ​ກໍ່​ໃນ​​ວັນ​ດຽວ​ກັນ, ສະພາ​ສູງ​ຝຣັ່ງກໍ່​ໄດ້​ໃຫ້​ສັດຕະຍາບັນ​ ສັນຍາ​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຮອບດ້ານ​ ຫວຽດນາມ - ສະຫະພາບ​ເອີ​ລົບ (PCA) ທີ່​ວາລະ​ປະຊຸມ​ຢູ່ ປາລີ, ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມຂອງ​ສະມາຊິກ 100%

         

ຂ່າວ/ບົດ​ອື່ນ