ລັດສ້າງເງື່ອນໄຂສະດວກເພື່ອໃຫ້ສາສະໜາ ຮ່ວາຫາວ ແລະ ບັນດາສາສະໜາອື່ນພ້ອມກັນພັດທະນາ

ລັດສ້າງເງື່ອນໄຂສະດວກເພື່ອໃຫ້ສາສະໜາ ຮ່ວາຫາວ ແລະ ບັນດາສາສະໜາອື່ນພ້ອມກັນພັດທະນາ - ảnh 1
(ພາບປະກອບ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 27/11, ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດເຂດ​ເລືອກ​ຕັ້ງ​ທີ 3, ນະຄອນ​ເກີນ​ເທີ ​ໂດຍ​ທ່ານ ​ເລ​ຮົ່ງ​ແອ​ງ (Le Hong Anh) ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ເຊິ່ງ​ແມ່ນສາສະ​ນິກກະ​ຊົນສາສະໜາ ຮ່ວາ​ຫາວ ​ໃນ​ບໍລິ​ເວນ​​ເມືອງ ​ທົດ​ນົດ, ນະຄອນ​ເກີນ​ເທີ. ທີ່​ການ​ພົບ​ປະ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ສາສະໜາ ຮ່ວາ​ຫາວ ​ສະ​ແດ​ງຄວາມ​ໄວ້​ເນື້ອ​ເຊື່​ອ​ໃຈ​ຕໍ່​ພັກ, ລັດ ຜ່ານ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ຊຸດ​ຜ່ານ​ມາ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ສາສະໜາ ຮ່ວາ​ຫາວ ໄດ້​ສະ​ແດ​ງ ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ພັກ, ສະພາ​ແຫ່ງ​ຊາດ ​ແລະ ລັດ ຫວຽດນາມ ​​ໄດ້​ໃຫ້ການ​ເບິ່ງ​ແຍງ​ດູ​ແລ​ພໍ​ສົມຄວນ​ແກ່ວ​ຽກງານພຸດທະ​ສາສະໜາ​ຂອງ ​ສາສະໜາ ຮ່ວາ​ຫາວ. ກ່າວ​ຄຳເຫັນ​ນະ​ທີ່​ນີ້, ທ່ານ ເລ​ຮົ່ງ​ແອ​ງ (Le Hong Anh) ​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ບັນດາ​ສາສະໜາ​ເວົ້າ​ລວມ ​ແລະ ສາສະໜາ ຮ່ວາ​ຫາວ ​ເວົ້າ​ສະ​ເພາະ ​ໄດ້​ມີ​​ການ​ປະກອບສ່ວນ​ຕ່າງໆທີ່​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂະ​ບວນການ​ຕ່າງໆ​ຄື ທົ່ວ​ປວງ​ຊົນສາມັກຄີ​​ກໍ່ສ້າງ​ຊີວິດ​ຢູ່​ເຂດ​ຊຸມຊົ​ນ, ບັນດາ​ການ​ເຄື່ອນ​ໄຫວ​​ກຸສົນ​ທາງ​ສັງຄົມ ​ແລະ ​ເບິ່ງ​ແຍງ​ດູ​ແລ​​ເຖິງ​ປະຊາ​ຄົມ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ (Nguyen Xuan Phuc) ​ແລະ ບັນດາ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ກວາງ​ນາມ ​ໄດ້​ມີ​ການ​ພົບ​ປະກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ເມືອງ ນຸ໋ຍ​ແທ່ງ (Nui Thanh). ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ (Nguyen Xuan Phuc) ຢືນຢັນ​ວ່າ ​ເປົ້າ​ໝາຍ​ຂອງ​ພັກ, ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ​ແມ່ນ​ມຸ່ງ​ໄປ​ເຖິງ​ປະຊາຊົນ. ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງຈະ​ມາ​ເຖິງ ກໍ​ຈະ​ຍົກ​ອອກ​ມາ ​ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ຈາກຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ.

        ​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ທີ 27/11, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີ່ງຫງວກ​ເຊີນ (Huynh Ngoc Son) ພ້ອມ​ກັບບັນດາ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​ດ່າ​ນັ້ງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ລຽນ​ຈ້ຽວ (Lien Chieu).

ຂ່າວ/ບົດ​ອື່ນ