ລັດອີດສະລາມ(IS)ແມ່ນໄພນາບຂູ່ອາເມລິກາ

ລັດອີດສະລາມ(IS)ແມ່ນໄພນາບຂູ່ອາເມລິກາ - ảnh 1
ບັນດາ​ມື​ປືນ​ລັດ​ອິດສະ​ລາມ (IS)
photo:internet


(vovworld)- ພາຍຫລັງ​ບັນດາ​ມື​ປືນ​ລັດ​ອິດສະ​ລາມ (IS) ​ໄດ້​ແຜ່​ຕອນ​ຫນຶ່ງ​ໃນ Clipvideo​ ​ໂດຍ​ຕັດ​ຫົວ​ນັກ​ຂ່າວ James Foley ພ້ອມ​ກັບ​ຄຳ​ນາບ​ຂູ່​ວ່າ ສືບ​ຕໍ່​ແກ້​ແຄ້ນ​ເພື່ອ​ສະກັດ​ກັ້ນ​ການ​ປິດ​ລ້ອມ​ຂອງ​ເອ​ເມ​ລິ​ກາ, ວັນ​ທີ 22/8, ບັນດາ​ເຈົ້າ​ຫນ້າ​ທີ່ ທຳ​ນຽບ 5 ​ແຈ ​ໄດ້​ຮັບ​ຮູ້​ວ່າ: IS ພວມ​ກາຍ​ເປັນ​ໄພ​ນາບ​ຂູ່​ທີ່ອັນຕະລາຍ​ສຳລັບ ອາ​ເມ​ລິ​ກາ. ​ໃນ​ການ​ປະຊຸມ​ເມື່ອ​ວັນ​ທີ 22/8 ຢູ່ ທຳ​ນຽບ 5 ​ແຈ, ທ່ານ Chuck Hagel, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ອາ​ເມ​ລິ​ກາ ຖື​ວ່າ: ດ້ວຍ​ບັນດາ​ເລ​ລ່ຽມ​ເຄື່ອນ​ໄຫວ​ທີ່​ແຍບຍົນ, ຄວາມ​ສາມາດ​ດ້ານ​ການ​ເງິນ​ອຸດົມ​ສົມບູນ ​ແລະ ກຳລັງ​ແຮງ​ການ​ທະຫານ, ບັນດາ​ມື​ປືນ IS ​ໃນ​ຕໍ່ຫນ້າ​ແມ່ນ​ໄພ​ນາບ​ຂູ່​ອັນຕະລາຍສຳລັບ ອາ​ເມ​ລິ​ກາ, ຊ້ຳ​ບໍ່​ໜຳ​ແມ່ນ​ອັນ​ຕະລາຍ​ກວ່າ​ກຸ່ມ​ກໍ່​ການ​ຮ້າຍ​ສາກົນ Al Queada ທີ່​ໄດ້​ປະຕິບັດ​ການ​ບຸກ​ໂຈມ​ຕີ​​ເມື່ອ​ວັນ​ທີ 11/9/2001.

 

ຂ່າວ/ບົດ​ອື່ນ