ລັດເຊຍ ກ່າວຜູກໂທດຄວາມຮັບຜິດຊອບຂອງ ອິດສະຣາແອັນ ໃນເຫດເຮືອບິນ Il-20 ຖືກຍິງຕົກຢູ່ ຊີຣີ

(VOVWORLD) - ວັນທີ 23 ກັນຍາ, ກະຊວງປ້ອງກັນປະເທດ ລັດເຊຍ ໄດ້ຈັດຕັ້ງການປະຊຸມຂ່າວປະກາດລະອຽດກ່ຽວກັບເຫດເຮືອບິນສອດແນມ Il-20 ຖືກລະບົບປ້ອງກັນອາກາດ ຊີຣີ ຍິງຕົກຢູ່ທະເລເມດີແຕຣາເນ ໃນຕອນຄ່ຳວັນທີ 17 ກັນຍາ ຜ່ານມາ ເຮັດໃຫ້ພົນທະຫານ ລັດເຊຍ 15 ຄົນເສຍຊີວິດ.
ລັດເຊຍ ກ່າວຜູກໂທດຄວາມຮັບຜິດຊອບຂອງ ອິດສະຣາແອັນ ໃນເຫດເຮືອບິນ Il-20 ຖືກຍິງຕົກຢູ່ ຊີຣີ - ảnh 1 ເຮືອບິນສອດແນມ Il-20 ຂອງ ລັດເຊຍ (ພາບ: The Drive/TTXVN)

ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Igor Konashenkov ໂຄສົກກະຊວງປ້ອງກັນປະເທດ ລັດເຊຍ ຢືນຢັນວ່າ ສາຍເຫດທີ່ກໍ່ໃຫ້ເກີດເຫດເຮືອບິນສອດແນມ Il-20 ຂອງ ລັດເຊຍ ຖືກຍິງຕົກຢູ່ ຊີຣີ ແມ່ນຍ້ອນກຳລັງປ້ອງກັນອາກາດ ອິດສະຣາແອັນ ທັງໝົດ. ທ່ານ Igor Konashenkov ຊີ້ແຈ້ງວ່າ ກຳລັງປ້ອງກັນອາກາດຂອງ ອິດສະຣາແອັນ ໄດ້ຫຼວກລວງເຮັດໃຫ້ເຮືອບິນທະຫານຂອງ ລັດເຊຍ ບິນຫຼົງທິດເຂົ້າໄປທີ່ຕັ້ງບຸກໂຈມຕີຂອງເຮືອບິນສູ້ຮົບ F-16, ເຮັດໃຫ້ເຮືອບິນສອດແນມ Il-20 ບໍ່ສາມາດບິນເຂົ້າເຂດປອດໄພໄດ້.

 

 

ຕອບກັບ

ຂ່າວ/ບົດ​ອື່ນ