ລັດເຊຍ ກ່າວຫາ ອາເມລິກາ ສວຍໃຊ້ການຊ່ວຍເຫຼືອມະນຸດສະທໍາ ເພື່ອເຄື່ອນໄຫວການທະຫານ ຕ້ານ ເວເນຊູເອລາ

(VOVWORLD) -ອາເມລິກາ ມີການກະທໍາ “ເກາະຜິດທີ່ອັນຕະລາຍ”, ພ້ອມທັງຖືວ່າ ເລື່ອງ ຫົວໜ້າຝ່າຍຄ້ານ Juan Guaido ຊອກຫາວິທີສໍາຜັດກັບເຄື່ອງຊ່ວຍເຫຼືອມະນຸດສະທໍາຂອງ ອາເມລິກາ ເຊິ່ງປັດຈຸບັນ ພວມໄດ້ເຕົ້າໂຮມຢູ່ເຂດຊາຍແດນທາງຟາກ ໂກໂລມໂບ ແມ່ນ “ຂໍ້ອ້າງທີ່ສະດວກ ເພື່ອປະຕິບັດການກະທໍາແຊກແຊງດ້ານການທະຫານ”

ວັນທີ 22 ກຸມພາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ກ່າວຫາ ອາເມລິການທີ່ວ່າ ອາເມລິກາ ສວຍໃຊ້ການຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທໍາ ໄປຍັງ ເວເນຊູເອລາ ເພື່ອປະຕິບັດການເຄື່ອນໄຫວທາງດ້ານການທະຫານ ຕ້ານຄືນລັດຖະບານຂອງທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro. ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ກ່າວຫາ ອາເມລິກາ ມີການກະທໍາ “ເກາະຜິດທີ່ອັນຕະລາຍ”, ພ້ອມທັງຖືວ່າ ເລື່ອງ ຫົວໜ້າຝ່າຍຄ້ານ Juan Guaido ຊອກຫາວິທີສໍາຜັດກັບເຄື່ອງຊ່ວຍເຫຼືອມະນຸດສະທໍາຂອງ ອາເມລິກາ ເຊິ່ງປັດຈຸບັນ ພວມໄດ້ເຕົ້າໂຮມຢູ່ເຂດຊາຍແດນທາງຟາກ ໂກໂລມໂບ ແມ່ນ “ຂໍ້ອ້າງທີ່ສະດວກ ເພື່ອປະຕິບັດການກະທໍາແຊກແຊງດ້ານການທະຫານ”. ທ່ານນາງ Zakharova ຖືວ່າ ອາເມລິກາ ແລະ ບັນດາພັນທະມິດຂອງປະເທດນີ້ໃນອົງການສົນທິສັນຍາອັດລັງຕິກເໜືອ (NATO) ພວມປຶກສາຫາລືກ່ຽວກັບວິທີການ ເພື່ອແນໃສ່ປະກອບອາວຸດ ໃຫ້ຝ່າຍຄ້ານ ຢູ່ ເວເນຊູເອລາ, ພ້ອມທັງກ່າວຫາ ວໍຊິງຕັນ ພວມຜັນຂະຫຍາຍກໍາລັງທະຫານສະເພາະ ແລະ ພາຫະນະການທະຫານ ຢູ່ໃກ້ປະເທດ ອາເມລິກາໃຕ້ນີ້.


ຕອບກັບ

ຂ່າວ/ບົດ​ອື່ນ