ລັດເຊຍ ກ່າວຫາ ອາເມລິກາ ເປັນຜູ້ກຳກັບ ບັນຫາວິກິດການຢູ່ຢູແກຼນ

ລັດເຊຍ ກ່າວຫາ ອາເມລິກາ ເປັນຜູ້ກຳກັບ ບັນຫາວິກິດການຢູ່ຢູແກຼນ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov
(ພາບອີນເຕີແນດ)


(vovworld) - ​​ ວັນ​ທີ 23/04, ກ່າວ​ຄຳ​ເຫັນ​ທາງ​ໂທລະພາບ RT ຂອງ​ລັດ​ເຊຍ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ​ໄດ້​ກ່າວ​ຫາ​ອາ​ເມ​ລິ​ກາ “ຊີ້​ນຳບັນດາ​​ເຫດການ” ຢູ່ ​ຢູ​ແກຼນ. ທ່ານ Lavrov ​ເນັ້ນ​ໜັກ​ວ່າ ​ໃນ​ໄລ​ຍະ​ທີ່​ທ່ານ​ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Joe Biden ຢ້ຽມຢາມ Kiev, ອຳນາດ​ການ​ປົກຄອງ​ຊົ່ວຄາວ​ຢູ​ແກຼນ ​ໄດ້​ຖະ​ແຫຼ​ງຟື້ນ​ຟູ​ອັນ​ທີ່​ເອີ້ນ​ວ່າ​ບັ້ນ​ຮົບ​ຕ້ານ​ກໍ່​ກາ​ນຮ້າຍ​ຢູ່​ພາກຕາ​ເວັນ​ຕົກ - ພາກ​ໃຕ້, ​ໂດ​ຍບໍ່​ຫົວຊາ​ຕໍ່​ຂໍ້​ຕົກລົງ​ໃນ​ການ​ພົບ​ປະ 4 ຝ່າຍ​ເມື່ອ​ວັນ​ທີ 17/04, ​ໂດຍຮຽກຮ້ອງ​ຢຸດຕິ​ບັນດາ​ການ​ໃຊ້ຄວາມ​ຮຸນ​ແຮງ ​ແລະ ການ​ເກາະ​ຜິດ​ຢູ່ ​ຢ​ູແກຼນ. ຜູ້ນຳ​ໜ້າ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ຢືນຢັນ​ວ່າ ​ອຳນາດ​ການ​ປົກຄອງ​ຊົ່ວຄາວ​ຢູ​ແກຼນ ບໍ່​ປະຕິບັດ​ຂໍ້​ຕົກລົງ 4 ຝ່າຍ​ຢູ່​​ເຊີ​ແນວ ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ຢູ່ ຢູ​ແກຼນ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Sergei Lavrov ຖະ​ແຫຼ​ງວ່າ ມົດສກູ ​ຈະ​ໂຕ້​ຕອບ​ຖືກ​ຕາມກົດໝາຍ​ສາກົນ ຖ້າ​ຫາກ​ບັນດາ​ສິດ​ຂອງ​ພົນລະ​ເມືອງ​ຖືກ​ນາບ​ຂູ່ ​ແລະ ຜືນ​ແຜ່ນດິນ​ຂອງ​ລັດ​ເຊຍ ຖືກ​ບຸກ​ໂຈມ​ຕີ. ທ່ານ Sergei Lavrov ກໍ່​ຖື​ວ່າເລື່ອງ ຢູ​ແກຼນ ສືບ​ຕໍ່​ດຳ​ເນີນ​ ການ​ເລືອກ​ຕັ້ງປະທານາທິບໍດີ ​ໃນ​ວັນ​ທີ 25/05 ຈະ​ມາ​ເຖິງ ຫາກ​ບໍ່​ທາ​ບທາມ​ຄວາມ​ເຫັນ​ຂອງ​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນິຍົມ​ລັດ​ເຊຍ ​ແມ່ນຈະ​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ