ລັດ​ເຊຍ ກ່າວ​ເຕືອນ​ຜົນ​ຕາມ​ມາ ຖ້າ​ຫາກ NATO ສ້າງ​ຕັ້ງ​ກຸ່ມ “Schengen ດ້ານການ​ທະ​ຫານ”

(VOVWORLD) -  ວັນທີ 24 ພະຈິກ ຫ້ອງວ່າການປະທານາທິບໍດີ ລັດເຊຍ ໄດ້ກ່າວເຕືອນເລື່ອງອົງການສົນທິສັນຍາອັດລັງຕິກເໜືອ (NATO) ມີເຈດຈຳນົງຢາກສ້າງຕັ້ງກຸ່ມ “Schengen ດ້ານການທະຫານ” ອາດຈະເຮັດໃຫ້ເພີ່ມຄວາມເຄັ່ງຕຶງຢູ່ ເອີຣົບ.

ກ່ອນໜ້ານັ້ນ, ວັນທີ 23 ພະຈິກ, ຜູ້ບັນຊາການກອງບັນຊາ ການໜູນຊ່ວຍ ແລະ ເຄື່ອນໄຫວລວມ (JSEC) ຂອງ NATO, ທ່ານພົນຕີ Alexander Sollfrank, ສະເໜີ NATO ສ້າງຕັ້ງກຸ່ມ “Schengen ດ້ານການທະຫານ” ເພື່ອສາມາດຈັດສົ່ງກຳລັງທະຫານລະຫວ່າງບັນດາປະເທດເອີຣົບ ໄດ້ຢ່າງວ່ອງໄວ ໂດຍບໍ່ຕ້ອງຖ້າການຮັບຮອງເອົາບັນດາລະບຽບການບໍລິຫານ. ທ່ານ Dmitry Peskov ໂຄສົກຫ້ອງວ່າການປະທານາທິບໍດີ ລັດເຊຍ ຖະແຫຼງວ່າ ຂໍ້ສະເໜີດັ່ງກ່າວ ເຮັດໃຫ້ເກີດຄວາມສ່ຽງດ້ານຄວາມໝັ້ນຄົງສຳລັບ ລັດເຊຍ ແລະ ກ່າວເຕືອນວ່າ ລັດເຊຍ ຈະໂຕ້ຕອບຄືນ ຖ້າຫາກວ່າ ຂໍ້ສະເໜີນີ້ປະກົດຜົນເປັນຈິງ.

          ກຸ່ມ Schengen ໄດ້ສ້າງຕັ້ງເມື່ອເດືອນ ມີນາ 1995, ແມ່ນເຂດທີ່ສາມາດໄປມາຢ່າງເສລີທີ່ສຸດໃນໂລກ, ລວມມີ 27 ປະເທດ, ໃນນັ້ນ ມີ 23 ປະເທດ ສະມາຊິກ ສະຫະພາບເອີຮົບ. ເຂດນີ້ໄດ້ຍົກເວັ້ນຫຼາຍຮູບແບບການຄວບຄຸມເຂດຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ