ລັດເຊຍ ກ່າວເຕືອນອາດຈະຮັບຜົນຮ້າຍຢ່າງໜັກໜ່ວງຖ້າຫາກ ອາເມລິກາ ບຸກໂຈມຕີ ສປປ. ເກົາຫຼີ

ລັດເຊຍ ກ່າວເຕືອນອາດຈະຮັບຜົນຮ້າຍຢ່າງໜັກໜ່ວງຖ້າຫາກ ອາເມລິກາ ບຸກໂຈມຕີ ສປປ. ເກົາຫຼີ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ
​ ທ່ານນາງ Maria Zakharova
(ພາບ​ອິນ​ເຕີ​ແນັດ)

(vovworld) - ​ ​​ສະ​ພາບ​ການ​​ຜ​ັນ​ແປໃນ​ແຫຼມ ເກົາຫຼີ ພວມ​ມີ​ໄພ​ຫັນ​ປ່ຽນ​ດ້ວຍ​ຜົ​ນ​ຮ້າຍ​ຢ່າງ​ໜັກ​ໜ່ວງ. ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ​ ທ່ານນາງ Maria Zakharova ໄດ້​ຍົກ​ອອກ​ຄຳ​ກ່າວ​ເຕືອນ​ທີ່​ການ​ປະ​ຊຸມ​ຂ່າວ​ໃນ​ວັນ​ທີ 19/04. ທ່ານນາງ Maria Zakharova ຊີ້​ແຈ້ງວ່າ: ອາ​ເມ​ລິ​ກາ ແລະ ສ​ປ​ປ.ເກົາຫຼ​ີ ພວ​ມ​ມີ​ບັນ​ດາ​ຄຳ​ເວົ້າ​ນາບ​ຂູ່​ຈະ​ບຸກ​ໂຈມ​ຕີ​ກັນ​ດ້ວຍ​ອາ​ວຸດ​ລ້າງ​ຜານ, ໃນ​ຂະ​ນະ​ທີ່​ບັນ​ຫາ​ດັ່ງ​ກ່າວ ອາດ​ຈະ​​ໄດ້ຮັບ​ການ​ແກ້​ໄຂ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ ອີງ​ໃສ່​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ປະ​ຫວັດ​ສາດ ແລະ ບົດ​ຮຽນ​ທີ່​ມີ​ຢູ່​ແລ້ວ. ແລະ​ໃນ​ວັນ​ດຽວ​ກັນ, ຝ່າຍ ລັດ​ເຊຍ ໄດ້​ກີດ​ຂວາງ​​​ຄຳ​ຖະ​ແຫຼງ​ຂອງສະ​ພາ​ຄວາມ​ໝັ້​ນ​ຄົງ​ສະ​ຫ​ະ​ປະ​ຊາ​ຊາດ ກ່າວ​ປະ​ນາມ​ເຫດ​ຍິງ​ລູກ​ສອນ​ໄຟ​ຄັ້ງ​ລ້າ​ສຸດ​ຂອງ ສ​ປ​ປ.ເກົາຫຼີ. ໂດຍ​ລະ​ອຽດຄື ໃນ​ຮ່າງ​ຖະ​ແຫຼງກ​ານ​ສະ​ບັບ​ໃໝ່ ສະ​ພາ​ຄວາມ​ໝັ້ນ​ຄົງ ໄດ້​ກ່າວ​ເຕືອນ​ອີກ​ຄັ້ງ​ໜຶ່ງ ຈະ​ມີ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ແຮງ​ຕື່ມ​ອີກ. ຮ່າງ​ຖະ​ແຫຼງ​ການ​ດັ່ງ​ກ່າວ ​ໄດ້​ຮຽກ​ຮ້ອງ ສ​ປ​ປ.ເກົາຫຼີ ຢຸດ​ຕິ​ບັນ​ດາ​ການ​ເຄື່ອນ​ໄຫວ​ທົດ​ລອງ​ນິວ​ເຄຼຍ ແລະ ລູກ​ສອນ​ໄຟ. ເຖິງ​ຢ່າງ​ໃດ​ກໍ່​ຕາມ ຝ່າຍ​ ລັດ​ເຊຍ ຫວັງວ່າ ຖະ​ແຫຼງ​ການ​ດັ່ງ​ກ່າວ ຈະ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ ຕ້ອງ​ບັນ​ລຸ​ໄດ້​ມາດ​ຕະ​ການ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ.


ຕອບກັບ

ຂ່າວ/ບົດ​ອື່ນ