ລັດເຊຍ ກຽມພ້ອມປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາພາກພື້ນອາຊີ - ປາຊີຝີກ

ລັດເຊຍ ກຽມພ້ອມປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາພາກພື້ນອາຊີ - ປາຊີຝີກ - ảnh 1
ທ່ານລັດຖະມົນຕີ​ກະຊວງ​ສະພາວະສຸ​ກ​ເສີນ Vladimir Puchkov
(ພາບ: en.rian.ru)


(vovworld) -     ປະ​ເທດ​ລັດ​ເຊຍ ​ພ້ອມ​ແລ້ວ​ທີ່​ຈະ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ພາລະກິດປົກ​ປັກ​ຮັກສາ​ພາກ​ພື້ນອາຊີ - ປາຊີ​ຝີ​ກ. ນັ້ນ​ແມ່ນ​ຄຳ​ຖະ​ແຫຼ​ງຂອງ​​ທ່ານລັດຖະມົນຕີ​ກະຊວງ​ສະພາວະສຸ​ກ​ເສີນ Vladimir Puchkov ​ໃນ​ພິທີ​ໄຂ​ເວທີ​ປາ​ໄສ​ຄັ້ງ​ທີ 6 ຂອງ​ບັນດາ​ຫົວໜ້າ​ອົງການ​ສຸກ​ເສີນ​ຂອງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດອາຊີ - ປາຊີ​ຝີ​ກ (APEC) ​ເຊິ່ງດຳ​ເນີນ​ໄປ​ຢູ່ Vladivostok. ທ່ານ​ລັດຖະມົນຕີ Puchkov ​ຖື​ວ່າ, ການ​ຮັບປະກັນ​ຄວາມ​ປອດ​ໄພໃຫ້​ແກ່​​ການ​ເຄື່ອນ​ໄຫວ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ແມ່ນ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ເພື່ອ​ພັດທະນາ​ເສດຖະກິດ. ຕ້ອງ​ບັນລຸ​ໄດ້​ບັນດາ​ມາດ​ຕະການ​ໃໝ່​ໃນ​ວຽກ​ງານ​ປ້ອງ​ກັນ​ມະນຸດ ​ແລະ ຜືນ​ແຜ່ນດິນ​ໃນ​ສະພາ​ວະສຸ​ກ​ເສີນ ​ແລະ ລັດ​ເຊຍ ​ພ້ອມ​ແລ້ວ​ທີ່​ຈະ​ການ​ປະກອບສ່ວນຫຼາຍ​ທີ່​ສຸດ​ເຂົ້າ​ໃນ​ວຽກ​ງານ​ນີ້​. ທ່ານລັດຖະມົນຕີ​ກະຊວງ​ສະພາວະສຸ​ກ​ເສີນລັດ​ເຊຍ ​​ເນັ້ນ​ໜັກ​ວ່າ, ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ​ຈະ​ປຶກສາ​ຫາລື​ບັນດາ​ຂໍ້​ສະ​ເໜີ​ເພື່ອ​ແນ​ໃສ່​ປັບປຸງ​ຄວາມ​ສາມາດ​ບົ່ມຊ້ອນ​ຕ່າງໆ​ຂອງ​ພາກ​ພື້ນ​ໃນ​ຂົງ​ເຂດ​ຮັບປະກັນ​ລັກສະນະມະນຸດສະທຳ.

ຂ່າວ/ບົດ​ອື່ນ