ລັດເຊຍ ຄັດຄ້ານ ອາເມລິກາ ເລື່ອງຈັດວາງບັນດາມາດຕະການລົງໂທດ ອີຣານ

(VOVWORLD) - ທີ່ການປະຊຸມຂ່າວຮ່ວມກັບທ່ານລັດຖະມົນຕີການຕ່າງປະເທດ ໂບເລຍ Fernando Mamani Uanakuni ໃນວັນທີ 16 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຖະແຫຼງວ່າ 
ລັດເຊຍ ຄັດຄ້ານ ອາເມລິກາ ເລື່ອງຈັດວາງບັນດາມາດຕະການລົງໂທດ ອີຣານ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov  (ພາບ: AFP/TTXVN)

ບັນດາມາດຕະການລົງໂທດພຽງລຳພັງຝ່າຍດຽວຂອງ ອາເມລິກາ ຕ້ານ ອີຣານ ແມ່ນ “ຜິດກົດໝາຍ”. ຕາມທ່ານ Lavrov ແລ້ວ, ອາເມລິກາ ເຄີຍຮັບຮູ້ ອີຣານ ພວມປະຕິບັດໃນຂອບເຂດຄຳໝັ້ນສັນຍາຜັນຂະຫຍາຍແຜນການດຳເນີນງານຮອບດ້ານຮ່ວມ (JCPOA), ແຕ່ພ້ອມກັນນັ້ນ, ວໍຊິງຕັນ ພັດຈັດວາງບັນດາມາດຕະການລົງໂທດ ຕ້ານ ອີຣານ ພຽງລຳພັງຝ່າຍດຽວ. ສິ່ງດັ່ງກ່າວ ໝາຍຄວາມວ່າ ບັນດາມາດຕະການລົງໂທດ ບໍ່ກ່ຽວຂ້ອງເຖິງ JCPOA, ໂດຍ ອາເມລິກາ ບໍ່ເຫັນດີຕໍ່ ອີຣານ ໃນຂົງເຂດອື່ນໆ. ຄຳຖະແຫຼງຂອງທ່ານລັດຖະມົນຕີການຕ່າງປະເທດ Lavrov ໄດ້ຍົກອອກໃນສະພາວະ ກ່ອນນັ້ນ ອາເມລິກາ ຈັດ 18 ບໍລິສັດ ແລະ ສ່ວນບຸກຄົນເຂົ້າບັນຊີລາຍຊື່ລົງໂທດ ເຊິ່ງຖືກຖືວ່າ ສະໜັບສະໜູນໂຄງການລູກສອນໄຟນຳວິຖີ ແລະ ກຳລັງພິທັກຮັກສາປະຕິວັດອິດສະລາມ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ