ລັດ​ເຊ​ຍ ຈະ​ໂຕ້​ຕອບ​ຄືນ​ຝ່າຍ ຕາ​ເວັນ​ຕົກ ຖ້າ​ຫ​າກວ່າ​ສືບ​ຕໍ່ສະ​ກັດ​ກັ້ນ​ການ​ສືບ​ສວນ​ກ່ຽວ​ກັບ​​ຄະ​ດີທຳ​ລາຍ​ລະ​ບົບ​ສົ່ງ​ອາຍ​ແກັດ Nord Stream

(VOVWORLD) -ລັດເຊຍ ຈະໂຕ້ຕອບຄືນຝ່າຍຕາເວັນຕົກ ຖ້າຫາກວ່າ ການສືບສວນກ່ຽວກັບຄະດີທຳລາຍ “ລະບົບສົ່ງອາຍແກັດ Nord Stream” ຖືກຢຸດຕິລົງ. ທ່ານ Sergei Lavrov ຖະແຫຼງວ່າ “ການບຸກໂຈມຕີກໍ່ການຮ້າຍນີ້ ຈະຕ້ອງສືບສວນ”.
ລັດ​ເຊ​ຍ ຈະ​ໂຕ້​ຕອບ​ຄືນ​ຝ່າຍ ຕາ​ເວັນ​ຕົກ ຖ້າ​ຫ​າກວ່າ​ສືບ​ຕໍ່ສະ​ກັດ​ກັ້ນ​ການ​ສືບ​ສວນ​ກ່ຽວ​ກັບ​​ຄະ​ດີທຳ​ລາຍ​ລະ​ບົບ​ສົ່ງ​ອາຍ​ແກັດ Nord Stream - ảnh 1ລະບົບສົ່ງອາຍແກັດ Nord Stream ຢູ່ທະເລ Baltic (ພາບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວຊ່ອງໂທລະພາບ 1tv (ລັດເຊຍ) ໃນວັນທີ 10 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຖະແຫຼງວ່າ ລັດເຊຍ ຈະໂຕ້ຕອບຄືນຝ່າຍຕາເວັນຕົກ ຖ້າຫາກວ່າ ການສືບສວນກ່ຽວກັບຄະດີທຳລາຍ “ລະບົບສົ່ງອາຍແກັດ Nord Stream” ຖືກຢຸດຕິລົງ. ທ່ານ Sergei Lavrov ຖະແຫຼງວ່າ “ການບຸກໂຈມຕີກໍ່ການຮ້າຍນີ້ ຈະຕ້ອງສືບສວນ”.

        ຕາມທ່ານ Dmitry Peskov ເລຂາດ້ານສື່ມວນຊົນຂອງປະທານາທິບໍດີ ລັດເຊຍ ແລ້ວ, ຍາກທີ່ເຊື່ອໄດ້ວ່າ ການບຸກໂຈມຕີກໍ່ການຮ້າຍເລັ່ງໃສ່ລະບົບສົ່ງອາຍແກັດ Nord Stream ໂດຍ “ກຸ່ມນະຍົມ ຢູແກຼນ” ດຳເນີນ. ການບຸກໂຈມຕີກໍ່ການຮ້າຍຄືແນວນັ້ນ ໂດຍກຳລັງສືບລາຊະການລັບລະດັບຊາດທີ່ໄດ້ຮັບການສຶກສາເປັນລະບົບ ຈຶ່ງສາມາດຈັດຕັ້ງ ແລະ ປະຕິບັດໄດ້ ແລະ ກຳລັງສືບລາຊະການລັບຄືແນວນັ້ນ ແມ່ນບໍ່ມີຫຼາຍໃນໂລກ. ມາຮອດປັດຈຸບັນ, ລັດເຊຍ ຍັງບໍ່ທັນໄດ້ຮັບອະນຸຍາດໃຫ້ເຂົ້າຮ່ວມການສືບສວນ. ມົດສະກູ ໄດ້ຍື່ນສະເໜີມະຕິວ່າດ້ວຍຄວາມຈຳເປັນຂອງການສືບສວນສາກົນກ່ຽວກັບການມ້າງທຳລາຍດັ່ງກ່າວ ມາຍັງສະພາຄວາມໝັ້ນຄົງ ສປຊ. ທ່ານ Peskov ເນັ້ນໜັກວ່າ ລັດເຊຍ ຈະສືບຕໍ່ຮຽກຮ້ອງດຳເນີນການສືບສວນຢ່າງຈະແຈ້ງ ແລະ ໄວວາ.

ນັກຂ່າວ VOV ປະຈຳ ມົດສະກູ


ຕອບກັບ

ຂ່າວ/ບົດ​ອື່ນ