ລັດ​ເຊຍ ​ຕົກ​ລົງ ​ຖອນ​ນັກ​ຮົບ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນຈຳ​ນວນ​ໜຶ່ງ ອອກ​ຈາກ ອາກ​ເມ​ເນຍ

(VOVWORLD) -  ໃນລະດູໃບໄມ້ຫຼົ່ນປີ 2020 ຕາມຄຳຮຽກຮ້ອງຕ້ອງການຈາກຝ່າຍ ອາກເມເນຍ, ກອງທັບ ແລະ ກຳລັງປ້ອງກັນຊາຍແດນ ຂອງລັດເຊຍ ໄດ້ຕັ້ງຖານທັບ ຢູ່ ບາງເຂດ ຂອງປະເທດນີ້.
ລັດ​ເຊຍ ​ຕົກ​ລົງ ​ຖອນ​ນັກ​ຮົບ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນຈຳ​ນວນ​ໜຶ່ງ ອອກ​ຈາກ ອາກ​ເມ​ເນຍ - ảnh 1ທະຫານ ລັດເຊຍ ຢູ່ ອາກເມເຊຍ (ພາບ: AFP/TTXVN)

ວັນທີ 9 ພຶດສະພາ, ວັງ Kremlin ໃຫ້ຮູ້ວ່າ ລັດເຊຍ ໄດ້ຕົກລົງຖອນນັກຮົບ ແລະ ກຳລັງທະຫານປ້ອງກັນຊາຍແດນ ຈຳນວນໜຶ່ງ ອອກຈາກ ອາກເມເນຍ, ພາຍຫຼັງຄວາມເຄັ່ງຕຶງເພີ່ມຂຶ້ນເປັນຫຼາຍເດືອນລະຫວ່າງສອງປະເທດ. ການຕັດສິນນີ້ໄດ້ຍົກອອກມາພາຍຫຼັງການພົບປະກ່ອນນັ້ນ ລະຫວ່າງທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ທ່ານນາຍົກລັດຖະມົນຕີ ອາກເມເນຍ Nikol Pashinyan ຢູ່ນະຄອນຫຼວງ ມົດສະກູ (ປະເທດ ລັດເຊຍ).

ຕາມທ່ານ Dmitry Peskov ໂຄສົກວັງ Kremlin ແລ້ວ, ໃນລະດູໃບໄມ້ຫຼົ່ນປີ 2020 ຕາມຄຳຮຽກຮ້ອງຕ້ອງການຈາກຝ່າຍ ອາກເມເນຍ, ກອງທັບ ແລະ ກຳລັງປ້ອງກັນຊາຍແດນ ຂອງລັດເຊຍ ໄດ້ຕັ້ງຖານທັບ ຢູ່ ບາງເຂດ ຂອງປະເທດນີ້. ປັດຈຸບັນ ອຳນາດການປົກຄອງ ອາກເມເນຍ ກໍ່ບໍ່ຮຽກຮ້ອງຕ້ອງການຄືເກົ່າ ດັ່ງນັ້ນ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຕົກລົງຖອນກອງທັບ ແລະ ກຳລັງປ້ອງກັນຊາຍແດນ ລັດເຊຍ ອອກຈາກ ອາກເມເນຍ. ກ່ອນໜ້ານັ້ນ, ອາກເມເນຍ ໄດ້ຮຽກຮ້ອງກຳລັງປ້ອງກັນຊາຍແດນ ລັດເຊຍ ຖອນຕົວອອກຈາກສະໜາມບິນສາກົນ Zvartnots ຢູ່ນະຄອນຫຼວງ Yerevan. ເຖິງຢ່າງໃດກໍ່ຕາມ, ກຳລັງ ລັດເຊຍ ກໍ່ຍັງມີໜ້າຢູ່ເຂດຊາຍແດນ ລະຫວ່າງ ອາກເມເນຍ ກັບ ຕວັກກີ.       

ຕອບກັບ

ຂ່າວ/ບົດ​ອື່ນ