ລັດ​ເຊຍ ຖື​ຂໍ້​ຕົກ​ລົງ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ແຟງ​ລັງ ແມ່ນ​ໄພ​ນາບ​ຂູ່​ດ້ານ​ຄວາມ​ໝັ້​ນ​ຄົງ

(VOVWORLD) - ການເຈລະຈາຄັ້ງຕ່າງໆ ກ່ຽວກັບຂໍ້ຕົກລົງຮ່ວມມືດ້ານປ້ອງກັນຊາດລະຫວ່າງ ແຟງລັງ ແລະ ອາເມລິກາ ໄດ້ແກ່ຍາວແຕ່ເດືອນສິງຫາ 2022 ຮອດເດືອນ ຕຸລາ 2023. ຄາດວ່າ, ພິທີລົງນາມໃນຂໍ້ຕົກລົງນີ້ ຈະໄດ້ຈັດຂຶ້ນຢູ່ ອາເມລິກາ ໃນວັນທີ 18 ທັນວາ ຈະມາເຖິງ.

ລັດ​ເຊຍ ຖື​ຂໍ້​ຕົກ​ລົງ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ແຟງ​ລັງ ແມ່ນ​ໄພ​ນາບ​ຂູ່​ດ້ານ​ຄວາມ​ໝັ້​ນ​ຄົງ - ảnh 1 ທ່ານ Dmitry Pesko ໂຄສົກວັງ  Kremlin, ກ່າວຄຳເຫັນຢູ່ ມົດສະກາ, ລັດເຊຍ (ພາບ: AFP/TTXVN)

ວັນທີ 15 ທັນວາ, ໂຄສົກວັງ  Kremlin ທ່ານ Dmitry Peskov ໄດ້ອອກຖະແຫຼງການກ່ຽວກັບເລື່ອງ ລັດຖະບານ ແຟງລັງ ຕົກລົງລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ເຊິ່ງອະນຸຍາດໃຫ້ກອງທັບ ອາເມລິກາ ນຳໃຊ້ 15 ເຂດການທະຫານຂອງ ແຟງລັງນັ້ນ, ແມ່ນໄພນາບຂູ່ດ້ານຄວາມໝັ້ນຄົງສຳລັບ ລັດເຊຍ. ຕາມທ່ານ Peskov ແລ້ວ, ຂໍ້ຕົກລົງດັ່ງກ່າວ ຈະແມ່ນປັດໄຈເຮັດໃຫ້ເພີ່ມຄວາມເຄັ່ງຕຶງລະຫວ່າງ ລັດເຊຍ ແລະ ແຟງລັງ.

ກ່ອນໜ້ານັ້ນ, ຕາມຂໍ້ມູນໂດຍລັດຖະບານ ແຟງລັງ ໄດ້ປະກາດໃນວັນທີ 14 ທັນວາ, ນອກຈາກມີສິດນຳໃຊ້ບັນດາເຂດການທະຫານແລ້ວ, ແຟງລັງ ຍັງອະນຸຍາດໃຫ້ ອາເມລິກາ ຈັດ ແລະ ຕັ້ງພາຫະນະອຸປະກອນປ້ອງກັນ ກໍຄື ນຳເຮືອບິນ, ກ່ຳປັ່ນ ແລະ ພາຫະນະການທະຫານເຂົ້າດິນແດນປະເທດນີ້. ການເຈລະຈາຄັ້ງຕ່າງໆ ກ່ຽວກັບຂໍ້ຕົກລົງຮ່ວມມືດ້ານປ້ອງກັນຊາດລະຫວ່າງ ແຟງລັງ ແລະ ອາເມລິກາ ໄດ້ແກ່ຍາວແຕ່ເດືອນສິງຫາ 2022 ຮອດເດືອນ ຕຸລາ 2023. ຄາດວ່າ, ພິທີລົງນາມໃນຂໍ້ຕົກລົງນີ້ ຈະໄດ້ຈັດຂຶ້ນຢູ່ ອາເມລິກາ ໃນວັນທີ 18 ທັນວາ ຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ