ລັດເຊຍ ຖະແຫຼງວ່າ ຈະພ້ອມກັບ ເບລາຣຸດ ໂຕ້ຕອບບັນດາການກະທຳເກາະຜິດ

(VOVWORLD) -ທ່ານເລຂາສະພາຄວາມໝັ້ນຄົງແຫ່ງຊາດ ສະຫະພັນລັດເຊຍ Nikolai Patrushev ຊີ້ແຈ້ງວ່າ “ເບລາຣຸດ ແມ່ນພັນທະມິດ ແລະ ຄູ່ຮ່ວມມືຍຸດທະສາດໃກ້ຊິດທີ່ສຸດ” ຂອງ ລັດເຊຍ
ລັດເຊຍ ຖະແຫຼງວ່າ ຈະພ້ອມກັບ ເບລາຣຸດ ໂຕ້ຕອບບັນດາການກະທຳເກາະຜິດ - ảnh 1ຊາວອົບພະຍົບຢູ່ເຂດຊາຍແດນລະຫວ່າງ ເບລາຣຸດ ແລະ ໂປໂລຍ
(ພາບ: THX/TTXVN)

ວັນທີ 23 ພະຈິກ, ເມື່ອຕອບສຳພາດຕໍ່ວາລະສານ Argumenty I Fakty ກ່ຽວກັບວິກິດການຊາວອົບພະຍົບຢູ່ເຂດຊາຍແດນລະຫວ່າງ ເບລາຣຸດ ແລະ ໂປໂລຍ, ທ່ານເລຂາສະພາຄວາມໝັ້ນຄົງແຫ່ງຊາດ ສະຫະພັນລັດເຊຍ Nikolai Patrushev ຊີ້ແຈ້ງວ່າ “ເບລາຣຸດ ແມ່ນພັນທະມິດ ແລະ ຄູ່ຮ່ວມມືຍຸດທະສາດໃກ້ຊິດທີ່ສຸດ” ຂອງ ລັດເຊຍ, ຍ້ອນເຫດນັ້ນ, ລັດເຊຍ ພ້ອມກັບ ເບລາຣຸດ ຈະສືບຕໍ່ “ໂຕ້ຕອບບັນດາການກະທຳເກາະຜິດຢ່າງສົມເຫດສົມຜົນ, ນັບທັງການເຄື່ອນໄຫວດ້ານການທະຫານ” ຢູ່ລຽບຕາມເຂດຊາຍແດນລະຫວ່າງ 2 ປະເທດນີ້ກັບປະເທດອື່ນ.

        ແລະກໍ່ໃນການຕອບສຳພາດດັ່ງກ່າວ, ທ່ານ Nikolai Patrushev ຢືນຢັນວ່າ, ວິກິດການຊາວອົບພະຍົບຢູ່ເຂດຊາຍແດນລະຫວ່າງ ເບລາຣຸດ ແລະ ໂປໂລຍ ເບິ່ງຄືວ່າແມ່ນໝາກຜົນຂອງຄວາມກົດດັ່ນຈາກພາຍນອກແນໃສ່ Minks. ເຈົ້າໜ້າທີ່ທ່ານນີ້ຍັງຖືວ່າ ມີຫຼາຍກຸ່ມໄດ້ແຊກແຊງເຂົ້າເລື່ອງພາຊາວອົບພະຍົບເຂົ້າ ເອີລົບ ຜ່ານ ເບລາຣຸດ ແລະ ການເດີນທາງຂອງຊາວອົບພະຍົບຈາກເຂດຊາຍແດນ ໂປໂລຍ ໄປ ເຢຍລະມັນ ນັ້ນ “ໄດ້ຮັບການຈັດຕັ້ງຢ່າງລະອຽດ”.

ຕອບກັບ

ຂ່າວ/ບົດ​ອື່ນ