ລັດເຊຍ ບຸກໂຈມຕີທາງອາກາດຝ່າຍຄ້ານ ພາຍຫຼັງເຫດບຸກໂຈມຕີຢູ່ Aleppo, ປະເທດ ຊີຣີ

(VOVWORLD) - ບັນດາການບຸກໂຈມຕີທາງອາກາດຂອງລັດເຊຍ ໄດ້ມ້າງແພທຳລາຍເປົ້າໝາຍທັງໝົດຢູ່ອ້ອມແອ້ມເຂດ Idlib

ວັນທີ 25 ພະຈິກ, ກະຊວງປ້ອງກັນປະເທດ ລັດເຊຍ ໄດ້ປະກາດວ່າ: ບັນດາເຮືອບິນຂອງປະເທດນີ້ໄດ້ດຳເນີນການບຸກໂຈມຕີທາງອາກາດເພື່ອແນໃສ່ຝ່າຍຄ້ານທີ່ຢືນຢູ່ເບື້ອງຫຼັງເຫດບຸກໂຈມຕີນຳໃຊ້ອາຍພິດເຊິ່ງເຮັດໃຫ້ກ່ວາ 100 ຄົນຖືກຮັບບາດເຈັບກ່ອນນັ້ນໜຶ່ງວັນຢູ່ ນະຄອນ Aleppo. ບັນດາການບຸກໂຈມຕີທາງອາກາດຂອງລັດເຊຍ ໄດ້ມ້າງແພທຳລາຍເປົ້າໝາຍທັງໝົດຢູ່ອ້ອມແອ້ມເຂດ Idlib. ລັດເຊຍ ກໍ່ມີການແຈ້ງໃຫ້ ຕວກກີ ຮູ້ລວງໜ້າກ່ຽວກັບແຜນການນີ້ຜ່ານໂທລະສັບສາຍດ່ວນລະຫວ່າງສອງປະເທດ. ນີ້ແມ່ນບັນດາການບຸກໂຈມຕີຄັ້ງທຳອິດເພື່ອແນໃສ່ເຂດນີ້ນັບແຕ່ພາຍຫຼັງ ລັດເຊຍ ແລະ ຕວກກີ ເຫັນດີເປັນເອກະພາບສ້າງຕັ້ງເຂດປອດການທະຫານຢູ່ອ້ອມແອ້ມ Idlib ໃນເດືອນ ກັນຍາຜ່ານມາ.

        ແລະ ກໍ່ໃນວັນທີ 25 ພະຈິກ, ກະຊວງການຕ່າງປະເທດ ຊີຣີ ໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງ ສປຊ ກ່າວປະນາມໂທດກຳກໍ່ການຮ້າຍນີ້, ກໍ່ຄືບັນດາມາດຕະການສະກັດກັ້ນ, ລົງໂທດຕໍ່ບັນດາປະເທດທີ່ສະໜັບສະໜູນ ກໍ່ຄືອຸປະຖຳໃຫ້ແກ່ການກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ