ລັດເຊຍ ບໍ່ມີແນວຄວາມຄິດຈະປ່ຽນແປງຫຼັກໝັ້ນກ່ຽວກັບການປະທະກັນຢູ່ ຊີຣີ

ລັດເຊຍ ບໍ່ມີແນວຄວາມຄິດຈະປ່ຽນແປງຫຼັກໝັ້ນກ່ຽວກັບການປະທະກັນຢູ່ ຊີຣີ - ảnh 1
( ພາບຈາກອີນເຕີແນດ )

( vovworld.vn ) ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ ປະຈຳ ລັດ​ເຊຍ​ໃຫ້​ຂ່າວ​ວ່າ, ວັນ​ທີ 7 ກຸມພາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ທີ່​ພວມ​ຢູ່ຢ້ຽມຢາມ ຊີຣີ ​ໄດ້​​ມີການ​ປະຊຸມກັບ​ປະທານາທິບໍດີ ຊີຣີ Bashar al-Assad. ສຳນັກ​ຂ່າວ​ສານ ລັດ​ເຊຍ RIA ​ໄດ້ຄັດ​ຄຳ​ເວົ້າຂອງ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ​ໃນ​ການທີ່​ພົບ​ປະ​​ວ່າ, ລັດ​ເຊຍ ຢາກ​​ໃຫ້ປະຊາຊົນ​ບັນດາ​ປະ​ເທດ ອາຣັບ ​ໄດ້ດຳລົງ​ຊີວິດ​ໃນ​​ສັນຕິພາບ ​ແລະ ບັນດາການ​ນຳ ຊີຣີ ຄວນຮັບ​ຮູ້​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຕົນ. ທ່ານ Lavrov ກໍ່​ເວົ້າ​ວ່າ ກຳລັງ​ຝ່າຍ​ຄ້ານຢູ່ ຊີຣີ ຄວນ​ແບ່ງປັນ​ໜ້າ​ທີ່ຮັບຜິດ​ຊອບກັບ​ລັດຖະບານ ຊີຣີ ຕໍ່ໜ້າ​ສະພາບ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ປະ​ເທດ​ນີ້.

        ກອນ​ໜ້າ​ນັ້ນ, ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ​ໃຫ້​ຮູ້​ວ່າ, ການ​​ໄປ​ຢ້ຽມຢາມ​​ແມ່ນ​ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ທ່ານ​ປະທານາທິບໍດີ ລັ​ດ​ເຊຍ Dmitry Medvedev. ທ່ານ Lavrov ກໍ່​ຖະ​ແຫຼ​ງວ່າ ລັດ​ເຊຍ ບໍ່​ມີ​​ແນວຄວາມ​ຄິດ​ຈະ​ປ່ຽນ​​ແປງ​ຫຼັກ​ໝັ້ນ​ຂອງ​ຕົນ​ກ່ຽວ​ກັບ ຊີຣີ ​ແລະ ບັນຫາ​ສຳ​ຄັນ​ໃນ​ປະຈຸ​ບັນ​ແມ່ນ ຊີຣີ ຕ້ອງ​ສະກັ​ດກັ້ນ​ການ​ໃຊ້​ຄວາມ​ຮຸນ​ແຮງພາຍ​ໃນ, ຕ້ານ​ການ​ແຊກ​ແຊງ​ທີ່​ໃຊ້​ຄວາມ​ຮຸນ​ແຮງ​ຈາກ​ພາຍ​ນອກ ​ແລະ ດຳ​ເນິນ​ການ​ເຈລະຈາ​ດ້ານ​ການ​ເມືອງ​ໂດຍ​ໄວ. ຜູ້​ຕາງໜ້າ​ປະຈຳການ​ຂອງ ລັດ​ເຊຍ ປະຈຳ ສະຫະ​ປະຊາ​ຊາດ Churkin ຊີ້​ແຈງ​ວ່າ, ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ຄວາມ​ມານະ​ພະຍາຍາມ​ແນ​ໃສ່​ປະກອບ​ສ່ວນ​ແກ້​ໄຂ​ວິ​ກິດ​ການ​ດ້ານ​ການ​ເມືອງ​ຢູ່ ຊີຣີ.

        ບັນດານັກ​ສັງ​ເກດ​ການ ອາຣັບ ​​ໄດ້​ຖື​ວ່າ, ພາຍ​ຫຼັງປະຕິ​ເສດ​ຮ່າງ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ລົງ​ໂທດ ຊີຣີ, ປະຈຸ​ບັນ​ ລັດ​ເຊຍ ​ແລະ ຈີນ ພວມ​ມານະ​ພະຍາຍາມ​ຮຽກຮ້ອງ​ປະ​ເທດ​ນີ້​ມີ​ບາດກ້າວ​ຢ່າງ​ລະອຽດ​ເພື່ອ​ແກ້​ໄຂ​ບັນດາ​ການ​ປະ​ທະ​ກັນ​ຢູ່​ພາຍ​ໃນປະ​ເທດ.
ຂ່າວ/ບົດ​ອື່ນ