ລັດ​ເຊຍ ປຶກສາ​ຫາລື​ກັບ ສະພາ​ເອີຣົບກ່ຽວກັບ​ບັນດາ​ບັນຫາ​ຮ້ອນ​ເຮັ່ງ

(VOVWORLD) -     ວັນທີ 17 ມັງກອນ, ວັງ Kremlin ປະກາດວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Charles Michel ປະທານສະພາເອີຣົບ  (EC) ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາສາກົນທີ່ພວມຮ້ອນເຮັ່ງໃນປັດຈຸບັນ.
ລັດ​ເຊຍ ປຶກສາ​ຫາລື​ກັບ ສະພາ​ເອີຣົບກ່ຽວກັບ​ບັນດາ​ບັນຫາ​ຮ້ອນ​ເຮັ່ງ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN)

        ຕາມແຈ້ງການແລ້ວ, ສອງຝ່າຍໄດ້ກວດກາຄືນບັນດາປັດໄຈທີ່ກ່ຽວຂ້ອງເຖິງວິກິດການ ຢູ່ ລີບີ, ໃນນັ້ນ ລວມທັງວຽກງານກະກຽມໃຫ້ແກ່ກອງປະຊຸມສາກົນກ່ຽວກັບສະພາບການຢູ່ລີບີ ເຊິ່ງຈະຈັດຂຶ້ນຢູ່ ເຢຍລະມັນໃນວັນທີ 19 ມັງກອນ.

        ກ່ຽວກັບສະພາບການທີ່ກ່ຽວຂ້ອງເຖິງອີຣານ, ທ່ານປະທານາທິບໍດີ Vladimir Putin ແລະ ທ່ານປະທານ Michel ໄດ້ຢັ້ງຢືນຄືນໃໝ່ເຖິງຄວາມສໍາຄັນຂອງການສືບຕໍ່ຮັກສາຂໍ້ຕົກລົງແຜນການດໍາເນີນງານຮ່ວມຮອບດ້ານ JCPOA. ນອກຈາກນັ້ນ ກໍໄດ້ປຶກສາຫາລືກ່ຽວກັບບັນຫາສະຖຽນລະພາບຢູ່ພາກພື້ນ ຕາເວັນອອກສ່ຽງໃຕ້ ຂອງ ຢູແກຼນ, ໂດຍເນັ້ນໜັກວ່າ ບັນດາຝ່າຍທີ່ກ່ຽວຂ້ອງ ຕ້ອງປະຕິບັດຄົບຖ້ວນບັນດາຂໍ້ຕົກລົງ ເຊິ່ງບັນດາປະເທດ ຢູແກຼນ, ເຢຍລະມັນ, ຝລັ່ງ ແລະ ລັດເຊຍ ທີ່ໄດ້ເຫັນດີເປັນເອກະພາບກ່ອນໜ້ານັ້ນ ຢ່າງຄົບຖ້ວນ ແລະ ບໍ່ມີເງື່ອນໄຂ.


ຕອບກັບ

ຂ່າວ/ບົດ​ອື່ນ