ລັດເຊຍ ປະຕິເສດຂໍ້ມູນຂ່າວກ່ຽວກັບຂໍ້ຕົກລົງກັບ Houthi

(VOVWORLD) - ໂຄສົກວັງ Kremlin, ທ່ານ Dmitry Peskov ໃຫ້ຮູ້ວ່າ, ລັດເຊຍ ບໍ່ໄດ້ຮູ້ຫຍັງກ່ຽວກັບຂໍ້ມູນຂ່າວທີ່ຖືວ່າ Houthi ໃຫ້ຄຳໝັ້ນສັນຍາກັບ ລັດເຊຍ ແລະ ຈີນ ວ່າ ຈະບໍ່ບຸກໂຈມຕີບັນດາກຳປັ່ນຂອງ 2 ປະເທດນີ້ຢູ່ເຂດທະເລແດງ.
ລັດເຊຍ ປະຕິເສດຂໍ້ມູນຂ່າວກ່ຽວກັບຂໍ້ຕົກລົງກັບ Houthi - ảnh 1ໂຄສົກວັງ Kremlin, ທ່ານ Dmitry Peskov
(ພາບ: AFP/TTXVN)

        ວັນທີ 22 ມີນາ, ໂຄສົກວັງ Kremlin, ທ່ານ Dmitry Peskov ໃຫ້ຮູ້ວ່າ, ລັດເຊຍ ບໍ່ໄດ້ຮູ້ຫຍັງກ່ຽວກັບຂໍ້ມູນຂ່າວທີ່ຖືວ່າ Houthi ໃຫ້ຄຳໝັ້ນສັນຍາກັບ ລັດເຊຍ ແລະ ຈີນ ວ່າ ຈະບໍ່ບຸກໂຈມຕີບັນດາກຳປັ່ນຂອງ 2 ປະເທດນີ້ຢູ່ເຂດທະເລແດງ. ໃນຂະນະນັ້ນ, ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານ ລິນແຈນ ບໍ່ມີການວິເຄາະກ່ຽວກັບຂໍ້ມູນຂ່າວຈາກສຳນັກຂ່າວສານ Bloomberg ທີ່ວ່າ, ຈີນ ແລະ ລັດເຊຍ ບັນລຸໄດ້ຂໍ້ຕົກລົງກັບການນຳກຳລັງ Houthi ຢູ່ ເຢແມັນ ຕໍ່ເລື່ອງ ບໍ່ກີດຂວາງກຳປັ່ນຂອງ 2 ປະເທດນີ້ໄປຜ່ານທະເລແດງ ແລະ ຊ່ອງແຄບທະເລ Bab el-Mandeb. ທ່ານ ລິນແຈນ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ມານະພະຍາຍາມເພື່ອຮັບປະກັນຄວາມປອດໄພໃນການເດີນທະເລຢູ່ທະເລແດງ.

        ກ່ອນໜ້ານັ້ນ, ວັນທີ 21 ມີນາ, ສຳນັກຂ່າວສານ Bloomberg ໄດ້ຄັດແຫຼ່ງຂ່າວໂດຍໃຫ້ຮູ້ວ່າ, ຈີນ ແລະ ລັດເຊຍ ບັນລຸໄດ້ຂໍ້ຕົກລົງກັບກຳລັງ Houthi ພາຍຫຼັງບັນດາການເຈລະຈາຢູ່ Oman.

ຕອບກັບ

ຂ່າວ/ບົດ​ອື່ນ