ລັດເຊຍ ຢັ້ງຢືນ ຍັງມີໂອກາດ ໃຫ້ແກ່ຄວາມມານະພະຍາຍາມທາງການທູດ ຢູ່ ເວເນຊູເອລາ

(VOVWORLD) -ທ່ານນາງ Maria Zakharova      ກໍຍອມຮັບວ່າ ການປະທະກັນປະກອບອາວຸດເກີດຂຶ້ນໃນວົງກວ້າງ ຢູ່ປະເທດ ອາເມລິກາລາຕີນ “ຍັງບໍ່ສິ້ນສຸດລົງເທື່ອ”.

ວັນທີ 31 ມັງກອນ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດລັດເຊຍ ຢັ້ງຢືນວ່າ ປະເທດນີ້ ບໍ່ຕັ້ງໃຈຍົກຍ້າຍພົນລະເມືອງຂອງຕົນ ອອກຈາກເວເນຊູເອລາ ແລະ ເຊື່ອໝັ້ນວ່າ ຍັງຄົງມີໂອກາດໃຫ້ແກ່ຄວາມມານະພະຍາຍາມທາງການທູດຢູ່ເວເນຊູເອລາ ເຖິງວ່າ ໄດ້ຍອມຮັບວ່າ ຍັງມີຄວາມສ່ຽງອາດຈະເກີດການປະທະກັນປະກອບອາວຸດໃນວົງກວ້າງ ຢູ່ປະເທດນີ້. ກ່າວຄໍາເຫັນໃນການຖະແຫຼງຂ່າວ, ທ່ານນາງ Maria Zakharova ຊີ້ແຈ້ງວ່າ ປັດຈຸບັນ, ມົດສະກູບໍ່ໄດ້ຄໍານຶງເຖິງເລື່ອງຍົກຍ້າຍພົນລະເມືອງ, ເຖິງວ່າ ແມ່ນບັນດານັກການທູດລັດເຊຍ, ຄອບຄົວຂອງເຂົາເຈົ້າ,  ບັນດາພົນລະເມືອງ ລັດເຊຍ ຫຼືບຸກນຄົນທີ່ເຮັດວຽກຢູ່ບັນດາອົງການຈັດຕັ້ງ ແລະ ບໍລິສັດຕ່າງປະເທດ ຢູ່ ເວເນຊູເອລາ. ເຖິງວ່າເປັນແນວນັ້ນກໍຕາມ, ທ່ານນາງ Maria Zakharova      ກໍຍອມຮັບວ່າ ການປະທະກັນປະກອບອາວຸດເກີດຂຶ້ນໃນວົງກວ້າງ ຢູ່ປະເທດ ອາເມລິກາລາຕີນ “ຍັງບໍ່ສິ້ນສຸດລົງເທື່ອ”.


ຕອບກັບ

ຂ່າວ/ບົດ​ອື່ນ