ລັດ​ເຊຍ ຢັ້ງ​ຢືນ​ຈະ​ບໍ່​ນາບ​ຂູ່​ປະ​ເທດ​ໃດ ດ້ວຍ​ອາ​ວຸ​ນິວ​ເຄຼຍ

(VOVWORLD) -ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov ຖະແຫຼງວ່າ ປະເທດນີ້ ຈະບໍ່ນາບຂູ່ບໍ່ວ່າປະເທດໃດດ້ວຍອາວຸດນິວເຄຼຍ. 
ລັດ​ເຊຍ ຢັ້ງ​ຢືນ​ຈະ​ບໍ່​ນາບ​ຂູ່​ປະ​ເທດ​ໃດ ດ້ວຍ​ອາ​ວຸ​ນິວ​ເຄຼຍ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov (ພາບ: Reuters)

ວັນທີ 23 ກັນຍາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov ຖະແຫຼງວ່າ ປະເທດນີ້ ຈະບໍ່ນາບຂູ່ບໍ່ວ່າປະເທດໃດດ້ວຍອາວຸດນິວເຄຼຍ. ທ່ານຮອງລັດຖະມົນຕີ Ryabkov ເນັ້ນໜັກວ່າ ບັນດາມາດຖານນຳໃຊ້ອາວຸດນິວເຄຼຍ ກໍໄດ້ລະບຸຢ່າງຄົບຖ້ວນໃນທິດສະດີການທະຫານ ແລະ ໄດ້ກຳນົດໃນ “ນະໂຍບາຍພື້ນຖານແຫ່ງຊາດຂອງ ລັດເຊຍ ໃນຂອບເຂດນາບຂູ່ດ້ວຍອາວຸດນິວເຄຼຍ” ລົງວັນທີ 2 ມິຖຸນາ  2022. ພ້ອມດຽວກັນນັ້ນ, ເຈົ້າໜ້າທີ່ທາງການທູດ ລັດເຊຍ ກໍຢັ້ງຢືນວ່າ “ການສູ້ຢັນກັນຢ່າງເປີດເຜີຍ” ກັບ ອາເມລິກາ ແລະ ອົງການສົນທິສັນຍາອັດລັງຕິກເໜືອ (NATO), ອາດຈະເຮັດໃຫ້ເກີດການປະທະກັນດ້ານການທະຫານ, ເຊິ່ງບໍ່ນອນໃນຜົນປະໂຫຍດຂອງ ລັດເຊຍ.

        ໃນຂະນະນັ້ນ, ທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອາເມລິກາ Anatoly Antonov ຖືວ່າ ມົດສະກູ ແລະ ວໍຊິງຕັນ ບໍ່ມີຄວາມສ່ຽງຕົກເຂົ້າສູ່ການ “ປະທະກັນດ້ານນິວເຄຼຍ”.

ຕອບກັບ

ຂ່າວ/ບົດ​ອື່ນ