ລັດ​ເຊຍ ຢັ້ງ​ຢືນ​ເປົ້າ​ໝາຍ ມຸ່ງ​ໄປ​ເຖິງ​ການ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຄວາມ​ໝັ້ນ​ຄົງ ກັບ NATO

(VOVWORLD) -ມົດສະກູ ວາງເປົ້າໝາຍບັນລຸໄດ້ໝາກຜົນຕັ້ງໜ້າໃນການເຈລະຈາກ່ຽວກັບການຮັບປະກັນຄວາມໝັ້ນຄົງໃນຂອບເຂດກອງປະຊຸມ ສະພາ ລັດເຊຍ - ອົງການສົນທິສັນຍາອັດລັງຕິກເໜືອ (NATO), ເຊິ່ງຄາດວ່າຈະດຳເນີນໃນວັນທີ 12 ມັງກອນ ຢູ່ ບຣຸກແຊນ (ແບນຊິກ).
  ນີ້ແມ່ນຄຳຖະແຫຼງການຂອງທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ທີ່ໄດ້ຍົກອອກມາໃນວັນທີ 11 ມັງກອນ. ທ່ານນາງ Maria Zakharova ເນັ້ນໜັກວ່າ ບໍ່ມີເຫດຜົນໃດທີ່ຕ້ອງກັງວົນຕໍ່ຄວາມຄືບໜ້າຂອງການເຈລະຈາກ່ຽວຂ້ອງເຖິງການຮັບປະກັນຄວາມໝັ້ນຄົງກັບ ອາເມລິກາ ແລະ NATO.
ລັດ​ເຊຍ ຢັ້ງ​ຢືນ​ເປົ້າ​ໝາຍ ມຸ່ງ​ໄປ​ເຖິງ​ການ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຄວາມ​ໝັ້ນ​ຄົງ ກັບ NATO - ảnh 1ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ (ພາບ: ກະຊວງການຕ່າງປະເທດ ລັດເຊຍ/TASS)

        ຕາມແຜນການແລ້ວ, ມົດສະກູ ຈະແບ່ງປັນຄວາມວິຕົກກັງວົນກ່ຽວກັບຄວາມໝັ້ນຄົງຢູ່ ເອີຣົບ ແລະ ຮ່າງຂໍ້ຕົກລົງກ່ຽວກັບຂໍ້ສະເໜີແນະຮັບປະກັນຄວາມສະຫງົບໃນກອງປະຊຸມ ສະພາ ລັດເຊຍ - NATO ແລະ ກອງປະຊຸມສະພາປະຈຳອົງການຄວາມໝັ້ນຄົງ ແລະ ການຮ່ວມມືເອີຣົບ (OSCE), ຄາດວ່າຈະດຳເນີນຢູ່ ວຽນ (ໂອຕາລິດ) ໃນວັນທີ 13 ມັງກອນ. ກ່ອນໜ້ານັ້ນ, ວັນທີ 10 ມັງກອນ, ອາເມລິກາ ແລະ ລັດເຊຍ ໄດ້ດຳເນີນການເຈລະຈາ ຢູ່ ເຊີແນວ (ສະວິດ), ແຕ່ບໍ່ບັນລຸໄດ້ໝາກຜົນບຸກທະລຸໃດໆ. ເຖິງຢ່າງໃດກໍຕາມ, ສອງຝ່າຍກໍເຫັນດີສືບຕໍ່ເຈລະຈາ.


 

ຕອບກັບ

ຂ່າວ/ບົດ​ອື່ນ