ລັດ​ເຊຍ, ຢູ​ແກຼນ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເພິ່ມ​ຂຶ້ນ​ຢ່າງ​ແຮງ

(VOVWORLD) -ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 27 ຕຸລາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 245 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດຫຼາຍກວ່າ 4,9 ລ້ານຄົນ. ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຮອບເວລາ 24 ຊົ່ວໂມງຜ່ານມາ ແມ່ນກວ່າ 394.700 ຄົນ ແລະ ມີຜູ້ເສຍຊີວິດຕື່ມອີກ 7.000 ຄົນ.
ລັດ​ເຊຍ, ຢູ​ແກຼນ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເພິ່ມ​ຂຶ້ນ​ຢ່າງ​ແຮງ - ảnh 1(ພາບປະກອບ: AFP/TTXVN)

ໃນ 24 ຊົ່ວໂມງຜ່ານມາ, ອາເມລິກາ ຍັງນຳໜ້າໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອໃໝ່, ຖັດຈາກນັ້ນແມ່ນ ອັງກິດ ແລະ ລັດເຊຍ. ອາເມລິກາ ກໍແມ່ນປະເທດທີ່ມີຜູ້ເສຍຊີວິດໃໝ່ພາຍໃນວັນຫຼາຍທີ່ສຸດ ດ້ວຍ 1.214 ຄົນ, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ 24 ຊົ່ວໂມງກ່ອນໜ້ານັ້ນ; ຖັດຈາກນັ້ນແມ່ນ ລັດເຊຍ ມີ 1.106 ຄົນ ແລະ ຢູແກຼນ 734 ຄົນ. ຜູ້ເສຍຊີວິດໃໝ່ພາຍໃນ 1 ວັນຢູ່ ລັດເຊຍ ແລະ ຢູແກຼນ ລ້ວນແຕ່ບັນລຸລະດັບສະຖິຕິ.

        ອາເມລິກາ, ອິນເດຍ ແລະ ບຣາຊິນ ຍັງຄົງແມ່ນ 3 ປະເທດທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ.

        ຖ້າໄລ່ຕາມທະວີບແລ້ວ, ອາຊີ ແມ່ນທະວີບຢືນອັນດັບໜຶ່ງໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອ, ປັດຈຸບັນ ມີກວ່າ 78,8 ລ້ານຄົນ, ຖັດຈາກນັ້ນແມ່ນ ເອີຣົບ, ພາກພື້ນ ອາເມລິກາເໜືອ, ອາເມລິກາໃຕ້. ກ່ຽວກັບຈຳນວນຜູ້ເສຍຊີວິດ, ເອີຣົບ ມີຜູ້ເສຍຊີວິດຫຼາຍກວ່າໝູ່ ດ້ວຍຈຳນວນກວ່າ 1,28 ລ້ານຄົນ, ຖັດຈາກນັ້ນແມ່ນ ອາເມລິກາໃຕ້, ອາຊີ ແລະ ອາເມລິກາເໜືອ./.

 

ຕອບກັບ

ຂ່າວ/ບົດ​ອື່ນ