ລັດເຊຍ - ສປປ.ເກົາຫຼີ ເຫັນດີເຮັດໃຫ້ການພົວພັນ 2 ຝ່າຍເລິກເຊິ່ງຂຶ້ນຕື່ມ

(VOVWORLD) - ຍາມໃດ ລັດເຊຍ ກໍ່ສະໜັບສະໜູນ ສປປ.ເກົາຫຼີ ຢູ່ ສະຫະປະຊາຊາດ ແລະ ຕີລາຄາສູງຫຼັກໝັ້ນທີ່ຄ້າຍຄືກັນຂອງ ສປປ.ເກົາຫຼີ ໃນການສະໜັບສະໜູນບັນດາທັດສະນະຂອງ ລັດເຊຍ.
ລັດເຊຍ - ສປປ.ເກົາຫຼີ ເຫັນດີເຮັດໃຫ້ການພົວພັນ 2 ຝ່າຍເລິກເຊິ່ງຂຶ້ນຕື່ມ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ຄູ່ຕຳແໜ່ງ ສປປ.ເກົາຫຼີ ທ່ານນາງ Choe Son Hui
(ພາບ: Yonhap/TTXVN)

        ວັນທີ 16 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ຄູ່ຕຳແໜ່ງ ສປປ.ເກົາຫຼີ ທ່ານນາງ Choe Son Hui ໄດ້ມີການພົບປະ ເຈລະຈາຢູ່ນະຄອນຫຼວງ ມົດສະກູ ແລະ ຍ້ອງຍໍຊົມເຊີຍການພົວພັນເລິກເຊິ່ງລະຫວ່າງ 2 ປະເທດ.

        ທີ່ການພົບປະເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ໃຫ້ຮູ້ວ່າ, 2 ປະເທດໄດ້ເລີ່ມປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin, ແລະ ການນຳ ສປປ.ເກົາຫຼີ ທ່ານ Kim Jong Un, ທີ່ກອງປະຊຸມສຸດຍອດໃນເດືອນ ກັນຍາ 2023. ທ່ານຖະແຫຼງວ່າ, ຍາມໃດ ລັດເຊຍ ກໍ່ສະໜັບສະໜູນ ສປປ.ເກົາຫຼີ ຢູ່ ສະຫະປະຊາຊາດ ແລະ ຕີລາຄາສູງຫຼັກໝັ້ນທີ່ຄ້າຍຄືກັນຂອງ ສປປ.ເກົາຫຼີ ໃນການສະໜັບສະໜູນບັນດາທັດສະນະຂອງ ລັດເຊຍ.

        ສ່ວນທ່ານນາງລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ Choe Son Hui, ເນັ້ນໜັກວ່າ: “ເລື່ອງລັດຖະມົນຕີການຕ່າງປະເທດຂອງ 2 ປະເທດພົບປະກັນເປັນປະຈຳ ແລະ ເຮັດໃຫ້ການພົວພັນຖານສະຫາຍເລິກເຊິ່ງຂຶ້ນຕື່ມ ເປັນພະຍານຫຼັກຖານສະແດງໃຫ້ເຫັນສາຍພົວພັນມິດຕະພາບລະຫວ່າງ 2 ປະເທດ”. ທ່ານນາງຢັ້ນຢືນວ່າ, ໄດ້ເຊື້ອເຊີນທ່ານປະທານາທິບໍດີ Vladimir Putin ມາຢ້ຽມຢາມ ສປປ.ເກົາຫຼີ ແລະ ພຽງຢາງ ຫວັງວ່າ, ຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງກັບ ລັດເຊຍ ໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ