ລັດ​ເຊຍ ສະ​ໜອງ​ທັນ​ຍາ​ຫານ 200.000 ໂຕ​ນ​ໃຫ້ 6 ປະ​ເທດ ອາ​ຟະ​ລິ​ກາ ໂດຍ​ບໍ່​ເກັບ​ຄ່າ

(VOVWORLD) - ລັດເຊຍ ໃຫ້ຮູ້ວ່າ ປະເທດນີ້ໄດ້ປະຕິບັດສຳເລັດຂໍ້ລິເລີ່ມຂົນສົ່ງທັນຍາຫານໂດຍບໍ່ເກັບຄ່າຈຳນວນ 200.000 ໂຕນໄປຍັງ 6 ປະເທດ ອາຟະລິກາ.
ລັດ​ເຊຍ ສະ​ໜອງ​ທັນ​ຍາ​ຫານ 200.000 ໂຕ​ນ​ໃຫ້ 6 ປະ​ເທດ ອາ​ຟະ​ລິ​ກາ ໂດຍ​ບໍ່​ເກັບ​ຄ່າ - ảnh 1(ພາບເອກະສານ: TTXVN)

ວັນທີ 21 ກຸມພາ, ກະຊວງກະສິກຳ ລັດເຊຍ ໃຫ້ຮູ້ວ່າ ປະເທດນີ້ໄດ້ປະຕິບັດສຳເລັດຂໍ້ລິເລີ່ມຂົນສົ່ງທັນຍາຫານໂດຍບໍ່ເກັບຄ່າຈຳນວນ 200.000 ໂຕນໄປຍັງ 6 ປະເທດ ອາຟະລິກາ. ລະອຽດ, ລັດເຊຍ ໄດ້ຂົນສົ່ງທັນຍາຫານໄປຍັງ ໂຊມາເລຍ ແລະ ສາທາລະນະລັດ ອາຟະລິກາກາງ, ປະເທດລະ 50.000 ໂຕນ. ສ່ວນ 4 ປະເທດອື່ນ, ລວມມີ: ມາລີ, ບວກກີນາ ຟາໂຊ, ຊິມບາເວ ແລະ ອີຣີເຕເຣຍ ປະເທດລະ 25.000 ໂຕນ.

        ກ່ອນໜ້ານັ້ນ, ຢູ່ກອງປະຊຸມສຸດຍອດ ລັດເຊຍ - ອາປະລິກາ ທີ່ດຳເນີນໃນເດືອນ ກໍລະກົດ 2023, ທ່ານປະທານາທິບໍດີ ລັດເຊຍ ໄດ້ໃຫ້ຄຳໝັ້ນສັນຍາຈະສະໜອງທັນຍາຫານໂດຍບໍ່ເກັບຄ່າໃຫ້ 6 ປະເທດ ອາຟະລິກາ, ໃນສະພາບທີ່ຂໍ້ຕົກລົງທັນຍາຫານລະຫວ່າງ ລັດເຊຍ - ຢູແກຼນ ອະນຸຍາດໃຫ້ຂົນສົ່ງທັນຍາຫານໄປຜ່ານບັນດາທ່າກ່ຳປັ່ນທະເລດຳ ຖືກລົ້ມລະລາຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ