ລັດ​ເຊຍ ຫ້າມ​ພົນ​ລະ​ເມືອງ​ອັງ​ກິດ 36 ຄົນ​ເຂົ້າ​ເມືອງ

(VOVWORLD) -ວັນທີ 12 ມັງກອນ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ອອກຖະແຫຼງການຫ້າມພົນລະເມືອງອັງກິດ 36 ຄົນເຂົ້າເມືອງປະເທດນີ້ ຍ້ອນບັນດານະໂຍບາຍສູ້ຢັນກັນຂອງລອນດອນ ກັບ ມົດສະກູ.
ລັດ​ເຊຍ ຫ້າມ​ພົນ​ລະ​ເມືອງ​ອັງ​ກິດ 36 ຄົນ​ເຂົ້າ​ເມືອງ - ảnh 1ພາບປະກອບ: AA

ຖະແຫຼງການຂອງກະຊວງດັ່ງກ່າວໃຫ້ຮູ້ວ່າ “ບັນຊີລາຍຊື່ດຳ” ລວມມີລັດຖະມົນຕີຫຼາຍທ່ານໃນຄະນະລັດຖະບານອັງກິດ, ເຈົ້າໜ້າທີ່ຂອງບັນດາອົງການປ້ອງກັນຄວາມໝັ້ນຄົງ ກໍ່ຄືບັນດານັກຂ່າວ, ແຕ່ບໍ່ເຜີຍຊື່ລະອຽດ. ກະຊວງການຕ່າງປະເທດ ລັດເຊຍ ຖືວ່າ ລັດຖະບານ ອັງກິດ ໄດ້ຈັດວາງຫຼາຍມາດຕະການລົງໂທດໃສ່ສ່ວນບຸກຄົນ ແລະ ດຳເນີນບັ້ນໂຄສະນາຢ່າງເປັນຂະບວນເພື່ອແນໃສ່ເຮັດໃຫ້ອິດທິພົນຊື່ສຽງຂອງລັດເຊຍ ຫຼຸດລົງ, ກໍ່ຄືເຮັດໃຫ້ ມົດສະກູຕົກຢູ່ໂດດດ່ຽວໃນເວທີສາກົນ. ພາຍຫຼັງ ລັດເຊຍ ດຳເນີນບັ້ນການທະຫານພິເສດຢູ່ ຢູແກຼນເມື່ອເດືອນກຸມພາ ປີ 2022, ລັດຖະບານ ອັງກິດໄດ້ຈັດວາງບັນດາມາດຕະການລົງໂທດໃສ່ສ່ວນບຸກຄົນ ແລະ ນິຕິບຸກຄົນ ລັດເຊຍນັບພັນຄົນ, ລວມມີບັນດາເຈົ້າໜ້າທີ່, ນັກການເມືອງ, ນັກຂ່າວ, ນັກທຸລະກິດ, ທະນາຍຄວາມ…

ຕອບກັບ

ຂ່າວ/ບົດ​ອື່ນ