ລັດເຊຍ ອະທິບາຍເຫດຜົນທີ່ຖອນຕົວອອກຈາກສັນຍາ CFE

(VOVWORLD) - ສັນຍາ CFE ໄດ້ມີບັນຫາເປັນເວລາຫຼາຍປີແລ້ວ, ສະນັ້ນ ເລື່ອງ ລັດເຊຍ ຖອນຕົວອອກຈາກສັນຍາສະບັບນີ້ແມ່ນບໍ່ໄດ້ເຮັດໃຫ້ສະພາບການຮ້າຍແຮງລົງກວ່າ.
ລັດເຊຍ ອະທິບາຍເຫດຜົນທີ່ຖອນຕົວອອກຈາກສັນຍາ CFE - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Ryabkov
(ພາບ: Tass)

        ສັນຍາກ່ຽວກັບບັນດາກຳລັງປະກອບອາວຸດທຳມະດາຢູ່ ເອີລົບ (CFE) ໄດ້ໄປຝືນກັບບັນດາຜົນປະໂຫຍດຄວາມໝັ້ນຄົງຂອງ ລັດເຊຍ ໃນສະພາບການຜັນແປໃນໂລກໃນປະຈຸບັນ. ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Ryabkov ໄດ້ໃຫ້ຂ່າວຄືແນວນັ້ນເມື່ອຕອບສຳພາດຕໍ່ໜັງສືພິມ Parlamentskaya Gezeta (ໜັງສືພິມລາຍວັນ ໄດ້ພິມຈຳໜ່າຍຢູ່ Warsaw, ໂປໂລຍ), ໃນວັນທີ 15 ພຶດສະພາ.

        ຕາມທ່ານຮອງລັດຖະມົນຕີ Sergey Ryabkov ແລ້ວ, ສັນຍາ CFE ໄດ້ມີບັນຫາເປັນເວລາຫຼາຍປີແລ້ວ, ສະນັ້ນ ເລື່ອງ ລັດເຊຍ ຖອນຕົວອອກຈາກສັນຍາສະບັບນີ້ແມ່ນບໍ່ໄດ້ເຮັດໃຫ້ສະພາບການຮ້າຍແຮງລົງກວ່າ.

        ໃນວັນທີ 10 ພຶດສະພາ ຜ່ານມາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຍື່ນສະເໜີຕໍ່ສະພາຕ່ຳ ລັດເຊຍ ຮ່າງກົດໝາຍວ່າດ້ວຍການຖອນຕົວອອກຈາກສັນຍາ CFE. ທ່ານໄດ້ແຕ່ງຕັ້ງທ່ານຮອງລັດຖະມົນຕີການຕ່າງປະເທດ Sergey Ryabkov ຕິດຕາມວິວັດການຖອນຕົວອອກຈາກສັນຍາດັ່ງກ່າວ.

        ສັນຍາ CFE ໄດ້ລົງນາມລະຫວ່າງ 16 ສະມາຊິກຂອງອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ກັບ 6 ສະມາຊິກຂອງສັນຍາ Warszawa ເມື່ອປີ 1990 ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງ 2 ກຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ