ລັດເຊຍ ອະນຸຍາດໃຫ້ E.Snowden ຫຼົບໄພຊົ່ວຄາວ

ລັດເຊຍ ອະນຸຍາດໃຫ້ E.Snowden ຫຼົບໄພຊົ່ວຄາວ - ảnh 1
Edward Snowden ​ໄດ້​ອອກ​ຈາກ​​ເຂດ​ຜ່ານ​ແດນ​
ຂອງສະໜາມ​ບິນ​ Sheremetyevo ຢູ່​ນະຄອນຫຼວງ ມົດສກູ
(ພາບ: BBC News)


(vovworld) - ວັນ​ທີ 01 ສິງ​ກາ, ສຳນັກ​ຂ່າວສານ Itar – tass ຂອງ​ລັດ​​ເຊຍ ​ໃຫ້​ຂ່າວ​ວ່າ ອະດີດ​ພາລະ​ກອນ​ອົງການ​ສືບ​ລາຊະການ​ລັບ​ສູນ​ກາງ​ອາ​ເມ​ລິ​ກາ (CIA) Edward Snowden ​ໄດ້​ອອກ​ຈາກ​​ເຂດ​ຜ່ານ​ແດນ​ຂອງສະໜາມ​ບິນ​ Sheremetyevo ຢູ່​ນະຄອນຫຼວງ ມົດສກູ, ​ແຫ່ງ​ທີ່​ Snowden ຫຼົບ​ລີ້​ແຕ່​ວັນ​ທີ 23 ມີ​ຖຸນາ ​ເຖິງ​ປະຈຸ​ບັນ, ພາຍຫຼັງ​ທີ່ເຈົ້າ​ໜ້າ​ທີ່​ລັດ​ເຊຍ ອະນຸຍາດ​ໃຫ້ຫຼົບ​ໄພ​ຊົ່ວຄາວ​ເປັນ​ເວລາ 1 ປີ. ຕາມ​ແຫຼ່ງຂ່າວ​ດັ່ງກ່າວ, ອົງການ​ອົບ​ປະ​ຍົບສະຫະພັນ​ລັດ​ເຊຍ ​ໄດ້​ສະໜອງ​ໃຫ້ Snowden ບັນດາ​​ໜັງ​ສື່ທີ່​ຈຳ​ເປັນ​ເພື່ອ​ສາມາດ​ຢູ່​ອາ​ໄສໃນ​ເຂດ​ດິນ​ແດນ​ຂອງ​ລັດ​ເຊຍ ​ແລະ Snowden ພວມ​ມີ​ໜ້າ​ຢູ່​ເຂດ​ດິນ​ແດນຂອງ​ສະຫະພັນ​ລັດ​ເຊຍ. ທະນາຍຄວາມ​ຂອງ​ Snowden ​ໄດ້​ຢັ້ງ​ຢືນ ຂ້ໍ​ມູນ​ດັ່ງກ່າວ, ​ແຕ່​ບໍ່​ເປີດ​ເຜີຍ​ສະຖານ​ທີ່ Snowden ພວມ​ຢູ່​ອາ​ໄສ​.

  ຫຼັງ​ຈາກ​ນັ້ນ, ທຳນຽບຂາວ ​ໄດ້​ສະ​ແດງ​ຄວາມ​ເສຍ​ຫວັງ​ຕໍ່​ຂໍ້​ຕົກລົງ​ຂອງ​ລັດ​ເຊ​ຍ, ພ້ອມ​ທັງ​ໃຫ້​ຮູ້​ວ່າ ປະທານາທິບໍດີ​ອາ​ເມ​ລິ​ກາ ອາດຈະ​ບໍ່​ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ບັນດາ​ພື້ນຖານ​ເສດ​ຖະກິດ​ພວມ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນຂຶ້ນ (ຈີ 20)​, ​ເຊິ່ງຄາດ​ວ່າ ຈະ​ດຳ​ເນີນ​ຢູ່​ມົດສກູ ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ໃນ​ຂະນະ​ນັ້ນ, ທ່ານ​ປະທານກຳມາ​ທິການ​ການ​ຕ່າງປ​ະ​ເທດສະພາ​ສູງ​ອາ​ເມ​ລິກາ, ສະມາຊິກ​ສະພາ​ສູງ Robert Menendez ​ໄດ້​ກ່າວ​ເຕື່ອນວ່າ ຂໍ້​ຕົກລົງນີ້​ຂອງ​ລັດ​ເຊຍ ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ວໍ​ຊິງ​ຕັນ - ມົດ​ສກູ ຊົ່ວ​ຮ້າຍ​ລົ​ງ.
ຂ່າວ/ບົດ​ອື່ນ