ລັດເຊຍ, ອາເມລິກາ ເຫັນດີຮັກສາການຮ່ວມມືໃນບັນຫາ ສປປ.ເກົາຫຼີ

(VOVWORLD) - ຕາມສໍານັກຂ່າວສານ Sputnik, ທ່ານ Stephen Biegun ທູດພິເສດ ອາເມລິກາ ຮັບຜິດຊອບກ່ຽວກັບບັນຫາ ສປປ.ເກົາຫຼີ ແລະ ທ່ານ Igor Morgulov ຮອງລັດຖະມົນຕີການຕ່າງປະເທດລັດເຊຍ ໄດ້ປຶກສາຫາລືດ້ວຍຈິດໃຈສ້າງສັນ ກ່ຽວກັບວິວັດທະນາການປອດນິວເຄຼຍຢູ່ແຫຼມເກົາຫຼີ ແລະ ເຫັນດີຮັກສາການຮ່ວມມືສອງຝ່າຍໃນບັນຫາດັ່ງກ່າວ.

ສະຖານທູດ ອາເມລິກາ ກໍໃຫ້ຮູ້ວ່າ ທ່ານ Stephen Biegun ແລະ ທ່ານ Igor Morgulov ໄດ້ຍົກອອກຫຼາຍບັນຫາທີ່ກ່ຽວຂ້ອງເຖິງ ສປປ.ເກົາຫຼີ ເຊິ່ງ ອາເມລິກາ ແລະ ລັດເຊຍ ຕ່າງກໍມີທັດສະນະຄືກັນ, ພ້ອມທັງໃຫ້ຄໍາໝັ້ນສັນຍາ ຮັກສາການເຈລະຈາເພື່ອເປັນຂົວເຊື່ອມຕໍ່ໃຫ້ບໍ່ວ່າຄວາມແຕກໂຕນໃດໆໃນວິວັດທະນາການເຈລະຈາໃນພາຍພາກໜ້າ.

        ແລະກໍໃນວັນທີ 18 ເມສາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ຖະແຫຼງວ່າເຂົາເຈົ້າພ້ອມແລ້ວທີ່ຈະເຈລະຈາກັບ ສປປ.ເກົາຫຼີ ພາຍຫຼັງທີ່ອໍານາດການປົກຄອງ ພຽງຢາງ ຮຽກຮ້ອງລົບຊື່ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ອອກຈາກບັນຊີລາຍຊື່ຜູ້ເຂົ້າຮ່ວມການເຈລະຈານິວເຄຼຍໃນອະນາຄົດ.  ໂຄສົກກະຊວງການຕ່າງປະເທດ ອາເມລິກາ ຊີ້ແຈ້ງວ່າ: “ອາເມລິກາ ພ້ອມແລ້ວ ເຈລະຈາ ກັບ ສປປ.ເກົາຫຼີ ດ້ວຍຈິດໃຈສ້າງສັນ”.


ຕອບກັບ

ຂ່າວ/ບົດ​ອື່ນ