ລັດ​ເຊຍ ຮຽກ​ຮ້ອງ​ໃຫ້ສະ​ພາ​ຄວາມ​ໝັ້ນ​ຄົງ ໂຮມ​ປະ​ຊຸມ​ກ່ຽວ​ກັບ​ເຫດ​ລະ​ເບີດ​ທໍ່​ສົ່ງ​ອາຍ​ແກັດ “Nord Stream”

(VOVWORLD) -ວັນທີ 15 ກຸມພາ, ຄະນະຜູ້ຕາງໜ້າ ລັດເຊຍ ປະຈຳ ສປຊ ໃຫ້ຮູ້ວ່າ ປະເທດນີ້ ຈະຮຽກຮ້ອງໃຫ້ຈັດກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ໃນວັນທີ 22 ກຸມພາ ເພື່ອປຶກສາຫາລືກ່ຽວກັບເລື່ອງ “ມ້າງທຳລາຍ” ບັນດາທໍ່ສົ່ງອາຍແກັດ “Nord Stream”.  

ໃນວັນດຽວກັນ, ໃນແຈ້ງການຂອງສະຖານທູດ ລັດເຊຍ ປະຈຳ ອາເມລິກາ ກໍໄດ້ຊີ້ແຈ້ງວ່າ ການມ້າງທຳລາຍທໍ່ສົ່ງອາຍແກັດ ເລກ 1 ແລະ 2 ເມື່ອເດືອນ ກັນຍາ 2022 ແມ່ນການກະທຳກໍ່ການຮ້າຍສາກົນ ແລະ ລັດເຊຍ ຈະບໍ່ປະໃຫ້ຫຼົງລືມເຫດການນີ້ໄປຢ່າງເດັດຂາດ. ແຈ້ງການສະບັບດັ່ງກ່າວກໍຖືວ່າ ອາເມລິກາ ຕ້ອງພິສູດໃຫ້ເຫັນວ່າ ຕົນເອງບໍ່ມີສ່ວນກ່ຽວຂ້ອງເຖິງເຫດມ້າງທຳລາຍລະບົບທໍ່ສົ່ງນ້ຳມັນອາຍແກັດທີ່ເຊື່ອມຕໍ່ລະຫວ່າງ ລັດເຊຍ ກັບ ເອີຣົບ.

ລັດ​ເຊຍ ຮຽກ​ຮ້ອງ​ໃຫ້ສະ​ພາ​ຄວາມ​ໝັ້ນ​ຄົງ ໂຮມ​ປະ​ຊຸມ​ກ່ຽວ​ກັບ​ເຫດ​ລະ​ເບີດ​ທໍ່​ສົ່ງ​ອາຍ​ແກັດ “Nord Stream” - ảnh 1ທໍ່ສົ່ງອາຍແກັດ Nord Stream ເລກທີ 2 ຖືກຮົ່ວໄຫຼ ໃນວັນທີ 27/9/2022 (ພາບ: AFP/TTXVN)

        ປັດຈຸບັນ, ບັນດາປະເທດຝ່າຍຕາເວັນຕົກ ແລະ ລັດເຊຍ ໄດ້ຖີ້ມໂທດໃຫ້ກັນກ່ຽວກັບເຫດການນີ້. ເຖິງຢ່າງໃດກໍຕາມ, ໄລ່ມາຮອດປັດຈຸບັນ, ບັນດາການສືບສວນໂດຍອຳນາດການປົກຄອງ ຊູແອັດ, ແດນມາກ ແລະ ເຢຍລະມັນ ປະຕິບັດ ຍັງບໍ່ທັນຕັດສິນໄດ້ວ່າ ປະເທດໃດ ຫຼື ອົງກອນໃດມີສ່ວນກ່ຽວຂ້ອງເຖິງເຫດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ