ລັດເຊຍ ເສຍດາຍກ່ຽວກັບຂໍ້ຕົກລົງຕໍ່ກຳນົດເວລາລົງໂທດຂອງ ອີຢູ

(VOVWORLD) - ລັດເຊຍ ຖະແຫຼງວ່າ ມີຄວາມເສຍດາຍກ່ຽວກັບຂໍ້ຕົກລົງຂອງບັນດາການນຳສະຫະພາບ ເອີຣົບ (ອີຢູ) ຕໍ່ກຳນົດເວລາລົງໂທດເສດຖະກິດສຳລັບປະເທດນີ້.
ລັດເຊຍ ເສຍດາຍກ່ຽວກັບຂໍ້ຕົກລົງຕໍ່ກຳນົດເວລາລົງໂທດຂອງ ອີຢູ - ảnh 1ໂຄສົກວັງ Kremlin ທ່ານ Dmitry Peskov (ພາບ: AFP/TTXVN)

ໂຄສົກວັງ Kremlin ທ່ານ Dmitry Peskov ຢືນຢັນວ່າ: ລັດເຊຍ ຈະສືບຕໍ່ສ້າງການພົວພັນກັບ ອີຢູ ເຖິງຢ່າງໃດກໍ່ຕາມ ຄຳສັ່ງລົງໂທດຍັງຄົງດຳເນີນໄປ. ທ່ານ Peskov ເນັ້ນໜັກວ່າ: ຂ້າພະເຈົ້າເສຍດາຍທີ່ສຸດ ແລະ ຂໍ້ຕົກລົງແກ່ຍາວຄຳສັ່ງລົງໂທດດັ່ງກ່າວ ແມ່ນບໍ່ເໝາະສົມກັບຜົນປະໂຫຍດຂອງບັນດາປະເທດສະມາຊິກ ອີຢູ ແລະ ລັດເຊຍ.

        ກ່ອນໜ້ານັ້ນ, ວັນທີ 14 ທັນວາ, ບັນດາການນຳ ອີຢູ ໄດ້ເຫັນດີເປັນເອກະພາບຕໍ່ກຳນົດເວລາ ບັນດາມາດຕະການລົງໂທດເສດຖະກິດ ລັດເຊຍ ຕື່ມອີກ 6 ເດືອນ, ຄາດຄະເນວ່າ ຈະໝົດອາຍຸໃນວັນທີ 31 ມັງກອນ  2018.

ຕອບກັບ

ຂ່າວ/ບົດ​ອື່ນ