ລັດເຊຍ ເອົາໃຈໃສ່ຊຸກຍູ້ ບັນດາຂໍ້ຕົກລົງກັບ EU ແລະ NATO

ລັດເຊຍ ເອົາໃຈໃສ່ຊຸກຍູ້ ບັນດາຂໍ້ຕົກລົງກັບ EU ແລະ NATO - ảnh 1
(ພາບປະກອບ)

(vovworld) – ລັດ​ເຊຍ​ ​ໃຫ້​ບຸລິມະສິດ​ຊຸກຍູ້​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ກັບ​ສະຫະພາບ​ເອີ​ລົບ (EU) ​ແລະ ອົງການສົນ​ທິສັນຍາປ້ອງ​ກັນ​ອັດ​ລັງ​ຕິກ​ເຫນືອ (NATO), ພ້ອມ​ທັງຫວັງ​ວ່າ ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ລົບ​ລ້າງ “ບາງ​ມາດຖານ​ປະສົມ”. ຖະ​ແຫຼງການ​ດັ່ງກ່າວ​ໂດຍ​ທ່ານລັດຖະມົນຕີ​ການ​ຕ່າ​ງປະ​ເທດ​ລັດ​ເຊຍ Sergei Lavrov ຍົກ​ອອກ​ມາ​ໃນ​ວັນ​ທີ 27/08 ທີ່​ເວທີ​ປາ​ໄສ​ຊາວ​ໜຸ່ມ​ທົ່ວ​ປະ​ເທດ​ລັດ​ເຊຍ Seliger ປີ 2014. ກ່ຽວຂ້ອງ​ເຖິງ​ວິ​ກິດ​ການ​ການ​ເມືອງ​ຢູ່​ຢ​ູແກຼນ, ທ່ານ Sergei Lavrov ຢືນຢັນ​ວ່າ ລັດ​ເຊຍ ບໍ່​ຢາກປະ​ເຊີນ​ໜ້າ ກໍ່​ຄື​ເພີ່ມ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ສຳລັບ​ບັນດາ​ປະ​ເທດ​ເອີ​ລົບ ຫຼື ອາ​ເມ​ລິ​ກາ. ຜູ້ນຳ​ໜ້າ​ຂະ​ແໜງ​ການ​ທູດ​ລັດ​ເຊຍ ຖະ​ແຫຼ​ງວ່າ ບໍ່​ອະນຸຍາດ​ໃຫ້ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ຢູ​ແກຼນ ​ກາຍ​ເປັນ “ຕົວ​ປະກັນ” ​ໃນ​ບັນດາ​ການ​ເຈລະຈາສັນຕິພາບ ​ແລະ ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງຕ້ອງ​ຢຸດຕິ​ການ​ປະ​ທະ​ກັນ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດລັດ​ເຊຍ ກໍ່​ຢືນຢັນ​ວ່າ ລັດຖະບານ​ປະ​ເທດ​ນີ້​ຈະ​ສືບ​ຕໍ່​ຜັນ​ຂະ​ຫາຍ​ຂະ​ບວນລົດ​ຊ່ວຍ​ເຫຼືອ​ເຖິງ​ບັນ​ດາ​ເຂດ​ເກີດ​ການ​ສູ້​ຮົບ​ຢູ່​ຢູ​ແກຼນ, ​ເຊິ່ງປະຈຸ​ບັນ​ພວມ​ຕົກ​ເຂົ້າ​ສູ່​ວິ​ກິດ​ການ​ມະນຸດສະທຢ່າງຳທີ່​ຮ້າຍ​ແຮງ.

ຂ່າວ/ບົດ​ອື່ນ