ລັດ​ເຊຍ ແມ່ນ​ປະ​ເທດ​ສະ​ໜອງ​ນ້ຳ​ມັນ​ດິບ​ແຖວ​ໜ້າ​ໃຫ້​ແກ່ ຈີນ ໃນ 3 ເດືອນ​ລຽນ​ຕິດ

(VOVWORLD) -  ເດືອນກໍລະກົດຜ່ານມາ ແມ່ນເດືອນທີ 3 ຢ່າງລຽນຕິດທີ່ ລັດເຊຍ ຮັກສາບົດບາດເປັນຜູ້ສະໜອງນ້ຳມັນດິບແຖວໜ້າໃຫ້ແກ່ ຈີນ.
ລັດ​ເຊຍ ແມ່ນ​ປະ​ເທດ​ສະ​ໜອງ​ນ້ຳ​ມັນ​ດິບ​ແຖວ​ໜ້າ​ໃຫ້​ແກ່ ຈີນ ໃນ 3 ເດືອນ​ລຽນ​ຕິດ - ảnh 1ລະບົບທໍ່ສົ່ງນ້ຳມັນຂອງ ລັດເຊຍ (ພາບ: TASS/TTXVN)

ຕາມຕົວເລກຂອງກົມໃຫຍ່ພາສີຈີນແລ້ວ, ການນຳເຂົ້ານ້ຳມັນຂອງ ລັດເຊຍ, ລວມທັງບັນດາແຫຼ່ງສະໜອງຜ່ານລະບົບທໍ່ສົ່ງ Siberia ຕາເວັນອອກ ປາຊີຟິກ ແລະ ຜ່ານກ່ຳປັ່ນທະເລ ຈາກທ່າກຳປັ່ນຕາເວັນອອກໄກ ແລະ ເອີຣົບ ຂອງ ລັດເຊຍ,  ລວມທັງໝົດ 7,15 ລ້ານໂຕນ, ເພີ່ມຂຶ້ນ 7,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ປະລິມານນ້ຳມັນທັງໝົດທີ່ ລັດເຊຍ ສະໜອງໃນເດືອນ ກໍລະກົດຜ່ານມາແມ່ນປະມານ 1,68 ລ້ານຖັງຕໍ່ວັນ, ຕໍ່ຳກວ່າລະດັບສະຖິຕິແມ່ນເກືອບ 2 ລ້ານຖັງຕໍ່ວັນໃນເດືອນ ພຶດສະພາ. ຈີນ ກໍແມ່ນລູກຄ້າຊື້ນ້ຳມັນລາຍໃຫຍ່ທີ່ສຸດຂອງລັດເຊຍ.

ຄິດສະເລ່ຍ ນັບແຕ່ຕົ້ນປີມານີ້, ປະລິມານນ້ຳມັນ ເຊິ່ງ ຈີນນຳເຂົ້າຈາກ ລັດເຊຍ ໄດ້ຂຶ້ນເຖິງ 48,45 ລ້ານໂຕນ, ເພີ່ມຂຶ້ນ 4,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຕອບກັບ

ຂ່າວ/ບົດ​ອື່ນ