ລັດ​ເຊຍ ​ແລະ ຕວກກີ ປຶ​ກສາ​ຫາລື​ສະພາບ​ການ​ຢູ່່​ຊີຣີ

(VOVWORLD) -  ບັນດາຄວາມບໍ່ລົງລອຍກັນໃນບັນຫາ ຊີຣີ ບໍ່ຄວນສົ່ງຜົນກະທົບຕໍ່ການພົວພັນລະຫວ່າງ ຕວກກີ ແລະ ລັດເຊຍ. 
ລັດ​ເຊຍ ​ແລະ ຕວກກີ ປຶ​ກສາ​ຫາລື​ສະພາບ​ການ​ຢູ່່​ຊີຣີ - ảnh 1(ພາບປະກອບ: TTXVN) 

      ຖະແຫຼງການດັ່ງກ່າວໂດຍທ່ານລັດຖະມົນຕີການຕ່າງປະເທດ ຕວກກີີ Mevlut Cavusoglu ຍົກອອກມາພາຍຫຼັງການພົບປະກັບຄູ່ຕໍາແໜ່ງ ລັດເຊຍ ທ່ານ Sergei Lavrov ໃນວັນທີ 15 ກຸມພາ ຢູ່ນອກກອງປະຊຸມຄວາມໝັ້ນຄົງ Munich. ທ່ານລັດຖະມົນຕີການຕ່າງປະເທດ ຕວກກີ Mevlut Cavusoglu ໃຫ້ຮູ້ຕື່ມອີກວ່າ ຄາດວ່າ ຄະນະຜູ້ແທນຕວກກີ ຈະໄປຍັງ ມົດສະກູ ໃນວັນທີ 17 ກຸມພາ ຈະມາເຖິງ. ທ່ານລັດຖະມົນຕີການຕ່າງປະເທດ ຕວກກີ ກໍໃຫ້ຮູ້ວ່າ ການພົບປະລະຫວ່າງທ່ານ ກັບ ຄູ່ຕໍາແໜ່ງ ລັດເຊຍ ໄດ້ດໍາເນີນໄປຕາມທິດຕັ້ງໜ້າ.

        ໃນຂະນະນັ້ນ, ໃນບົດກ່າວປາໄສກັບຜູ້ແທນເຂົ້າຮ່ວມກອງປະຊຸມຄວາມໝັ້້ນຄົງ Munich, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຢັ້ງຢືນວ່າ ມົດສະກຸ ແລະ Ankara ພວມມີການພົວພັນທີ່ດີງາມ ແຕ່ສິ່ງດັ່ງກ່າວ ບໍ່ໝາຍຄວາມວ່າ ສອງປະເທດຕ້ອງເຫັນດີເປັນເອກະພາບກັນໃນທຸກບັນຫາ. ຕາມ ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລ້ວ, ລັດເຊຍ ແລະ ຕວກກີ ລ້ວນແຕ່ເຄົາລົບບັນດາທັດສະນະຂອງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ