ລັດເຊຍ ແລະ ຕວກກີ ປາດຖະໜາຢາກເພີ່ມທະວີບັນດາໂຄງການພະລັງງານ

(VOVWORLD) - ສອງຝ່າຍປຶກສາຫາລືລາຍລະອຽດການເປີດກ້ວາງການຮ່ວມມືສອງຝ່າຍ, ພິເສດ, ສອງຝ່າຍໄດ້ຮັບຮູ້ເລື່ອງວົງເງິນການຄ້າເຕີບໂຕຢູ່ໃນລະດັບສູງສະຖິຕິ.
ລັດເຊຍ ແລະ ຕວກກີ ປາດຖະໜາຢາກເພີ່ມທະວີບັນດາໂຄງການພະລັງງານ - ảnh 1ການນຳ ລັດເຊຍ ແລະ ຕວກກີ ທີ່ການພົບປະຢູ່ Astana, Kazakhstan, ໃນວັນທີ 13 ຕຸລາ 2022.
(ພາບ: Reuters)

ໃນຖະແຫຼງການອອກວັນທີ 11 ທັນວາ, ວັງ Kremlin ປະກາດວ່າ: ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງຕວກກີ ທ່ານ Tayyip Erdogan ໄດ້ມີການໂອ້ລົມທາງໂທລະສັບ, ໃນນັ້ນ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການເປີດກ້ວາງການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ.

        ຖະແຫຼງການໄດ້ຊີ້ແຈ້ງວ່າ: ສອງຝ່າຍປຶກສາຫາລືລາຍລະອຽດການເປີດກ້ວາງການຮ່ວມມືສອງຝ່າຍ, ພິເສດ, ສອງຝ່າຍໄດ້ຮັບຮູ້ເລື່ອງວົງເງິນການຄ້າເຕີບໂຕຢູ່ໃນລະດັບສູງສະຖິຕິ. ສອງຝ່າຍໄດ້ປຶກສາຫາລືບັນດາໂຄງການພະລັງງານຮ່ວມ, ກໍ່ຄືປຶກສາຫາລືທັດສະນະກ່ຽວກັບການສ້າງຕັ້ງສູນອາຍແກັດພາກພື້ນຢູ່ ຕວກກີ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວສົ່ງອອກອາຍແກັດທຳມະຊາດຂອງລັດເຊຍ.

        ການນຳສອງທ່ານກໍ່ໄດ້ແລກປ່ຽນກ່ຽວກັບວິວັດການປະຕິບັດຂໍ້ຕົກລົງສະບັບວັນທີ 22 ກໍລະກົດ ກ່ຽວກັບການສົ່ງອອກທັນຍາຫານຂອງ ຢູແກຼນຈາກບັນດາທ່າກ່ຳປັ່ນຢູ່ທະເລດຳ ແລະ ການສົ່ງອອກບັນດາຜະລິດຕະພັນກະສິກຳ ແລະ ຝຸ່ນຂອງລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ