ລັດເຊຍ ແລະ ຢູແກຼນ ບັນລຸໄດ້ຂໍ້ຕົກລົງສະໜອງອາຍແກດ

ລັດເຊຍ ແລະ ຢູແກຼນ ບັນລຸໄດ້ຂໍ້ຕົກລົງສະໜອງອາຍແກດ - ảnh 1
ພິທີ​ລົງ​ນາມ​ໃນ​ຂໍ້​ຕົກລົງ 3 ຝ່າຍ​
(ພາບ: dantri.com.vn)


(vovworld) – ສິ້ນ​ສຸດ​ການ​ເຈລະຈາ​ລະຫວ່າງ​ລັດ​ເຊຍ ​ແລະ ຢູ​ແກຼນ, ພາຍ​ໃຕ້​ການ​ເປັນ​ຄົນ​ກາງ​ໄກ່​ເກ່ຍຂອງ​ສະຫະພາບ​ເອີ​ລົບ (ອີ​ຢູ) ຢູ່​ບຣຸກ​ແຊນ, ປະ​ເທດ​​ແບນ​ຊິກ, ຮຸ່ງ​ເຊົ້າ​ວັນ​ທີ 31/10, ຕາມ​ເວລາ​ຮ່າ​ໂນ້ຍ, ບັນດາ​ຝ່າຍ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​​ສະ​ໜອງ​ອາຍ​ແກ​ດຂອງ​ລັດ​ເຊຍ ​ໃຫ້​ຢູ​ແກຼນ ​ແຕ່​ນີ້​ຮອດ​ທ້າຍ​ເດືອນ 03/2015. ພິທີ​ລົງ​ນາມ​ໃນ​ຂໍ້​ຕົກລົງ 3 ຝ່າຍ​ດຳ​ເນີນ​ໄປ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ລັດຖະມົນຕີວ່າການ​ກະຊວງ​ພະລັງງານ​ລັດ​ເຊຍ Alexander Novak, ຜູ້​ຮ່ວມ​ຕຳ​ແໜ່​ງຢູ​ແກຼນ Yuriy Prodan ​ແລະ ກຳ​ມະ​ການ​ເອີ​ລົບ​ຮັບຜິດຊອບ​ດ້ານ​ພະລັງງານ Gunther Oettinger. ປະທານ​ຄະນະ​ກຳມະການ​ເອີ​ລົບ Jose Manuel Barroso ​ໄດ້​ເປັນ​ສັກ​ຂີ​ພິຍານ​ພິທີ​ລົງ​ນາມ. ການ​ນຳ Gazprom ຂອງ​ລັດ​ເຊຍ ​ແລະ Naftogaz ຂອງຢູ​ແກຼນ ກໍ່​ໄດ້​ລົງ​ນາມ​​ໃນຂໍ້​ຕົກລົງ​ລະຫວ່າງ 2 ກຸ່ມ​ບໍລິສັດ​ກ່ຽວ​ກັບ​ບັນຫາ​ນີ້.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 30/10, ທ່ານ​ນາຍົກລັດຖະມົນຕີຢູ​ແກຼນ Arseniy Yatsenyuk ​ໄດ້​ຖະ​ແຫຼ​ງວ່າ ກີ​ແອບ ພ້ອມ​ແລ້ວ​ທີ່​ຈະ​ໃຊ້​ໜີ້​ໃນການ​ຊື້​ອາຍ​ແກ​ດ ກ່ອນ​ນັ້ນ​ຂອງ​ລັດ​ເຊຍ ພາຍຫຼັງ​ທີ່ 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງສະບັບ​ໜຶ່ງ.

ຂ່າວ/ບົດ​ອື່ນ