ລັດເຊຍກ່າວເຕືອນຈະໂຕ້ຕອບເລື່ອງອາເມລິກາຜັນຂະຫຍາຍ NMD

ລັດເຊຍກ່າວເຕືອນຈະໂຕ້ຕອບເລື່ອງອາເມລິກາຜັນຂະຫຍາຍ NMD - ảnh 1
(ພາບ​ປະ​ກອບ:lockheedmartin.com)

(vovworld) - ລັດ​ເຊຍ ຫາກໍ່​ກ່າວ​ເຕືອນ​ຈະຕ້ອງ​ບັງ​ຄັບ​ໃຫ້​ມີ​ບັນ​ດາ​ມາດ​ຕະ​ການ​ໂຕ້​ຕອບ​ຢ່າງ​ເໝາະສົມ​ຕໍ່​ເລື່ອງ​ອາ​ເມ​ລິ​ກາ ​ຜັນ​ຂະ​ຫຍາຍລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ແຫ່ງ​ຊາດ (NMD) ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ການ​ລະ​ເມີດ​ຄວາມ​ດຸ່ນ​​ດ່ຽງກຳ​ລັງ ແລະ ຫຼຸດ​ຜ່ອນ​ຄວາມ​ເສຍ​ຫາຍ​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ. ​ວັນ​ທີ 28/03, ກ່າວຄຳ​ເຫັ​ນທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ຫຼຸດ​ຜ່ອນ​ກຳ​ລັງ​ການ​ທະ​ຫານ, ທ່ານ​ຮອງ​ຫົວ​ໜ້າ​ກົມກາ​ນ​ຮົບ, ກອງ​​ບັນ​ຊາ​ການ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ລັດ​ເຊຍ Viktor Poznikhir ເນັ້ນ​ໜັກ​ວ່າ, ພາຍ​ຫຼັງທີ່​ອາ​ເມ​ລິ​ກາ ຖ​ອນ​ອອກ​ຈາກ​ສັນ​ຍາ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິ​ຖີ (ABM) ເຊິ່ງ​ໄດ້​ລົງ​ນາມ​ເມື່ອ​ປີ 1972, ຝ່າຍ​ລັດ​ເຊຍ ໄດ້​ອະ​ທິ​ປາຍ​ເປັນ​ຫຼາຍ​ຄັ້ງ​ແລ້ວ​ກ່ຽວ​ກັບ​ໄພ​ອັນ​ຕະ​ລາຍ​ຂອງ​ການ​ທຳ​ລາຍ​ຄວາມ​ສະ​ຖຽນ​ລະ​ພາບ​ຍຸດ​ທະ​ສາດ​ຍ້ອນ​ອາ​ເມ​ລິ​ກາ ຜັນ​ຂະ​ຫຍາຍ NMD ກໍ່​ໃຫ້​ເກີດ. ເລື່ອງ​ຜັນ​ຈະ​ຫຍາຍ​ລະ​ບົບ​ດັ່ງ​ກ່າວ​ເພື່ອ​ແນ​ໃສ່​ເພີ່ມ​ກຳ​ລັງ​​ບົ່ມ​ຊ້ອນ​ທາງດ​້ານລູກ​ສອນ​ໄຟ​ໃນ​ໂລກ ແລະ ເປັນ​ການ​ປຸກ​ລຸກ​​ການ​​ຊ່ວງ​ເສັງ​ດ້າ​ນ​ອາ​ວຸດ​ໃໝ່, ກໍ່​ຄື​ຫຼຸດ​ລະ​ດັບ​ພື້ນ​ຖານ​ການ​ນຳ​ໃຊ້​ອາ​ວຸດ​ນິວ​ເຄຼຍ, ພ້ອ​ມ​ທັງ​ສ້າງ​ຄວາມ​​ເຟີ້ຝັນດ​ວ່າ ການ​ນຳ​ໃຊ້​ອາ​ວຸດ​ບຸກ​ໂຈມ​ຕີ​ຍຸດ​ທະ​ສາດ​ຈະ​ບໍ່​ຖືກ​ລົງ​ໂທດ…

ຂ່າວ/ບົດ​ອື່ນ