ລັດເຊຍກ່າວເຕືອນໂລກພວມກາຍເປັນພາກພື້ນທີ່ອັນຕະລາຍ

ລັດເຊຍກ່າວເຕືອນໂລກພວມກາຍເປັນພາກພື້ນທີ່ອັນຕະລາຍ - ảnh 1
ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ສືບ​ລາ​ຊະ​ການ​ລັບ​
ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Maryskin 
(ພາບ: Sputnik/TTXVN)

(vovworld) - ​ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສາ​ກົນ ທີ່​ພວ​ມ​ດຳ​ເນີນ​ຢູ່​ມົດ​ສະ​ກູ, ວັນ​ທີ 27/04, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ສືບ​ລາ​ຊະ​ການ​ລັບ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Maryskin ຖະ​ແຫຼງວ່າ, ໂລກ​ພວມ​ກາຍ​ເປັນ​ພາກ​ພື້ນ​ທີ່​ອັນ​ຕະ​ລາຍ ບໍ່​ພຽງ​ແຕ່​​ຍ້ອນ​ໄພ​ນາບ​ຂູ່​ກໍ່​ການ​ຮ້າຍ​ເທົ່າ​ນັ້ນ, ຫາກ​ຍ​້ອນ​ບັນ​ດາ​ອຸ​ບ່າຍຂອງ​ຝ່າຍ​ຕາ​ເວັນ​ຕົກ ​ທີ່ດຳ​ເນີນ​ການ​ເຈ​ລະ​ຈາບົນ​ຫຼັກ​ໝັ້ນ​ນຳ​ໃຊ້​​ກຳ​ລັງອາ​ວຸດ ແລະ ນາບ​ຂ​ູ່​ນຳ​ໃຊ້​ກຳ​ລັງ​ອາ​ວຸດ, ໂດ​ຍບໍ່​ຫົວ​ຊາ​ຕໍ່​ກົດ​ໝາຍ​ສາ​ກົນ. ບໍ່​ມີ​​ພາກ​ພື້​ນໃດ, ປະ​ເທດ​ໃດ​ສາ​ມາດ​ຮັບ​ປະ​ກັນ​ຈະ​ຫຼິກ​ລ້ຽງ​ບັນ​ດາ​ການບ​ຸກ​ໂຈມ​ຕີກໍ່​ການ​ຮ້າຍ​ໄດ​້. ໄພ​ກໍ່​ກາ​ນ​ຮ້າຍ​ພວມ​ກາຍ​ເປັນ​​ພາກສ່ວນ​ໜຶ່ງ​ໃນ​ການ​ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນ, ພິ​ເສດ​ແມ່ນ​ຢູ່​ບັນ​ດາ​ນະ​ຄອ​ນ​ໃຫຍ່. ການ​ຮ່ວມ​ມື​ສາ​ກົນ​ຕ້ານກໍ່​ການ​ຮ້າຍ​ຕ້ອງ​ໄດ້​ປະ​ຕິ​ບັດ​ຜ່ານ​ບັນ​ດາ​ອົງ​ການ​ການ​ທ​ູດ ແລະ ບັນ​ດາ​ບັນ​ຍັດ​ສັງ​ຄົມ ກໍ​ຄື​ບັນ​ດາ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ.

ຕອບກັບ

ຂ່າວ/ບົດ​ອື່ນ