ລັດເຊຍຈັດຕັ້ງພິທີສວນສະໜາມ 70 ປີແຫ່ງວັນໄຊຊະນະລັດທິຟາດຊິດຢູ່ຈັດຕຸລັດແດງ


ລັດເຊຍຈັດຕັ້ງພິທີສວນສະໜາມ 70 ປີແຫ່ງວັນໄຊຊະນະລັດທິຟາດຊິດຢູ່ຈັດຕຸລັດແດງ - ảnh 1
ພິທີສວນສະໜາມ 70 ປີແຫ່ງວັນໄຊຊະນະລັດທິຟາດຊິດຢູ່ ຈັດຕຸລັດແດງ

(vovworld)- ລັດ​ເຊຍ​ຈັດ​ຕັ້ງ​ພິ​ທີ​ສວນ​ສະ​ໜາມ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ໄຊ​ຊະ​ນະ​ລັດ​ທິ​ຟາດ​ຊິດ​ຢູ່​ຈັດ​ຕຸ​ລັດ​ແດງ​ທີ່​ນະ​ຄອນຫຼວງ​ມົດ​ສະ​ກູ. ນີ້​ແມ່ນ​ພິ​ທີວ​ສວນ​ສະ​ໜາມ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່ກວ່າ​ໝູ່​ໃນ​ປະ​ຫວັດ​ສາດ​ລັດ​ເຊຍ ຊຶ່ງ​​ເລີ່ມແຕ່​ເວ​ລາ 10 ໂມງ ຂອງວັນ​ທີ 9/5 ຕາມເວ​ລາ​ທ້ອງ​ຖິ່ນ. ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ ປູ​ຕິ​ນ ພ້ອມ​ກັບ​ການ​ນຳ​ປະ​ເທດ​ຕ່າງໆ​ປະ​ມານ 30 ທ່ານ ແລະ ບັນ​ດາ​ຜູ້​ນຳ​ບັນ​ດາ​ອົງ​ການ​ສາ​ກົນ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ສວນ​ສະ​ໜາມ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ໄຊ​ຊະ​ນະ​ລັດ​ທິ​ຟາດ​ຊິດ​ ໂດຍ​ພາຍ​ໃຕ້​ການ​ບັນ​ຊາ​ຂອງ​ພົນ​ເອກ ​ໂອ​ເລກ ຊາ​ລູ​ກົບ ຜູ້​ບັນ​ຊາ​ການ​ໃຫຍ່​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ລັດ​ເຊຍ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ເຂົ້າ​ຮ່ວມ​ເຫດ​ການ​ດັ່ງ​ກ່າວ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສວນ​ສະ​ໜາມ​ທີ່​ຈັດ​ຕຸ​ລັດ​ແດງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ ປູ​ຕິນ ຢືນ​ຢັນ​ວ່າ :

    “ ພວກ​ເຮົາ​ບໍ່​ຄວນຫຼົງ​ລືມ​ທຸກ​ສິ່ງ​ທີ່​ພາ​ໃຫ້​ເກີດ​ສົງ​ຄາມ​ອັນ​ນອງ​ເລືອດ, ໄດ້​ເຮັດ​ໃຫ້ 80% ຈຳ​ນວນ​ປະ​ຊາ​ຊົນ​ໃນ​ທົ່ວ​ໂລກ​ຕ້ອງ​ຕົກ​ຢູ່​ໃນ​ສະ​ພາບ​ເຈັບ​ປວດ. ໂຊ​ຫວຽດ​ນາມ​ຕ້ອງ​ແບກ​ຫາບ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ ຍ້ອນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ຂອງ​ສັດ​ຕູ​ໃນ​ສົງ​ຄາມນີ້.  ”

 

ຂ່າວ/ບົດ​ອື່ນ