ລັດເຊຍຕຳໜິຕິຕຽນອາເມລິກາກ່ຽວກັບເລື່ອງເຮັດໃຫ້ລັດເຊຍຕົກຢູ່ໂດດດຽວຢູ່ສປຊ

ລັດເຊຍຕຳໜິຕິຕຽນອາເມລິກາກ່ຽວກັບເລື່ອງເຮັດໃຫ້ລັດເຊຍຕົກຢູ່ໂດດດຽວຢູ່ສປຊ - ảnh 1
ທ່ານ Gennady Gatilov, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ
(ພາບ: AFP/ TTXVN)

(vovworld) - ວັນ​ທີ 28/4, ທ່ານ Gennady Gatilov, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ​ໄດ້​ອອກສຽງຕຳ​ໜິຕິຕຽນ​ຖະ​ແຫຼ​ງການ​ຂອງ​ທຳນຽບຂາວ​ກ່ຽວ​ກັບ​ເລື່ອງ​ “ລັດ​ເຊຍ​ຖືກ​ຕົກ​ຢູ່​ໂດດ​ດຽວ​ຢູ່​ສະຫະ​ປະຊາ​ຊາດ (ສປຊ)“. ກ່າວ​ຄວາມ​ເຫັນ​ກັບ​ວົງ​ການ​ສື່​ມວນ​ຊົນ, ທ່ານ Gatilov ສະ​ແດງ​ຄວາມ​ແປກ​ປະຫຼາດ​ໃຈ​ເມື່ອ​ເຫັນ​ວ່າ​ໃນ​ບັນດາ​ຜົນງານ 100 ວັນ​ທຳ​ອິດ​ທີ່​ກຳ​ອຳນາດ​ຂອງປະທານາທິບໍດີ​ ອາ​ເມ​ລິ​ກາ Donald Trump ນັ້ນ ​ໄດ້​ເຕື້ອງ​ເຖິງ​ເລື່ອງເຮັດ​ໃຫ້​ ລັດ​ເຊຍ ​​ຕົກ​ຢູ່​ໂດດ​ດຽວ​ຢູ່​ ສປຊ. ທ່ານ Gatilov ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ຄຳ​ຖະ​ແຫຼ​ງ​ “ແປກ​ປະຫຼາດ“ ​ທີ່​ສຸດ, ​ໃນ​ຂະນະ​ທີ່​ຫຼັກ​ໝັ້ນ​ຂອງ​ ລັດ​ເຊຍ ​ແມ່ນ​ຢາກ​ຮ່ວມ​ມື​ກັບ​ທຸກ​ປະ​ເທດ, ກ່ອນ​ອື່ນ​ໝົດ​ແມ່ນ ອາ​ເມ​ລິ​ກາ​ ໃນ​ຂອບ​ເຂດ ສປຊ. ທ່ານ​ຖື​ວ່າ​ບໍ່​ຄວນ​ເຮັດ​ໃຫ້​ປະ​ເທດ​ໃດ​ຕົກ​ຢູ່​ໂດດ​ດຽວ, ຫາກ​ຕ້ອງ​ມານະ​ພະຍາຍາມ​ກວ່າ​ອີກ​ໃນ​ການ​ຊອກ​ຫາ​ບັນດາຈຸດ​ລວມ, ຈາກ​ນັ້ນ​ຍົກ​ອອກ​ມາດ​ຕະການ​ແກ້​ໄຂ​ເພື່ອ​ພ້ອມ​ກັນ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ.


ຕອບກັບ

ຂ່າວ/ບົດ​ອື່ນ