ລັດເຊຍຖະແຫຼງຈະປະຕິເສດມະຕິລົງໂທດຊີຣີ

ລັດເຊຍຖະແຫຼງຈະປະຕິເສດມະຕິລົງໂທດຊີຣີ - ảnh 1
ທ່ານ​ຮອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລັດ​ເຊຍ ປະ​ຈ​ຳ​ສະ​ຫະ​ປະ​ຊາ​ຊາດ Vladimir Safronkov
(ພາບ: THX/TTXVN)

(vovworld) - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ລັບ​ໃນ​ວັນ​ທີ 24/02, ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ, ທ່ານ​ຮອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລັດ​ເຊຍ ປະ​ຈ​ຳ​ສະ​ຫະ​ປະ​ຊາ​ຊາດ Vladimir Safronkov ໃຫ້​ຮ​ູ້​ວ່າ, ມົດ​ສະ​ກູ ພ້ອມ​ແລ​້ວ​ທີ່​ຈະ​ປະ​ຕິ​ເສດ​ຮ່າງ​ມະ​ຕິ​ສະ​ເໜີ​ຈັດ​ວາງ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ຕໍ່​ຊີ​ຣີ ດ້ວຍ​ສາຍ​ເຫດ​ທີ່​ວ່າ ປະ​ເທດນີ້​ໄດ້​ນຳ​ໃຊ້​ອາ​ວຸດ​ເຄ​ມີ​ຕ້ານ​ສາ​ມັນ​ຊົນ.

        ເມື່ອ​ແລກ​ປ່ຽນ​ກັບ​ບັນ​ດາ​ນັກ​ຂ່າວ, ທ່ານຮອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ Safronkov ຖື​ວ່າ, ບັນ​ດາ​ອົງ​ການ​ຫ້າມ​ອາວ​ຸດ​ເຄ​ມີ (OPCW) ​ເຊິ່ງພວມ​ຖືກກໍ່​ຄວາມ​ກົດ​ດັ່ນ “ຢ່າງ​ໃຫຍ່​ຫຼວງ” ບັງ​ຄັບ​ຕ້ອງ​ຍົກ​ອອກ​ຂ​ໍ້​ສະ​ຫຼຸບ​​ແຕ່​ສົ້ນ​ດຽວ​ໃຫ້​ການ​ສືບ​ສວນ​ກ່ຽວ​ກັບ​ການ​ນຳ​ໃຊ້​ອາ​ວຸດ​ເຄ​ມີ​ຢູ່​ຊີ​ຣີ. ທ່ານ​ຢືນ​ຢັນ​ວ່າ, ລັດ​ເຊຍ ຈະ​ປະ​​ຕິ​ເສດຖ້າ​ຫາກ​ຮ່າງ​ມະ​ຕິໄດ້​​ນຳມາ​ປ່ອນ​ບັດ.

ຂ່າວ/ບົດ​ອື່ນ