ລັດ​ເຊຍ​ທັບ​ທ້າງ​ກົມ​ອຸ​ບາຍ​ການ​ກໍ່​ການ​ຮ້າຍ ຢູ່ Stavropol

(VOVWORLD) - ສຳນັກຂ່າວສານ RIA Novosti ໃຫ້ຂ່າວວ່າ ບັນດາສິ້ນສ່ວນຂອງວັດຖຸລະເບີດສ້າງເອງ ແລະ ທາດເຄມີຕ່າງ ໄດ້ຄົ້ນພົບຢູ່ເຮືອນຫຼັງໜຶ່ງຂອງ 1 ໃນ 3 ເປົ້າໝາຍດັ່ງກ່າວ.
ລັດ​ເຊຍ​ທັບ​ທ້າງ​ກົມ​ອຸ​ບາຍ​ການ​ກໍ່​ການ​ຮ້າຍ ຢູ່ Stavropol - ảnh 1ພາບປະກອບ: TTXVN

ວັນທີ 29 ມີນາ, ອົງການປ້ອງກັນຄວາມສະຫງົບ ສະຫະພັນ ລັດເຊຍ (FSB) ຢັ້ງຢືນໄດ້ກັກຕົວເປົ້າໝາຍ 3 ຄົນ ທີ່ມາຈາກປະເທດຢູ່ອາຊີ ກາງ ພວມມີກົມອຸບາຍປະຕິບັດເຫດບຸກໂຈມຕີຢູ່ພາກໃຕ້ປະເທດລັດເຊຍ. ຕາມ FSB ແລ້ວ, ບັນດາຜູ້ສົງໄສນີ້ ພວມຂຶ້ນແຜນການປະຕິບັດການກະທຳການກໍ່ການຮ້າຍ ດ້ວຍວິທີການວາງລະເບີດ ສະຖານທີ່ຢູ່ເຂດສາທາລະນະ ຢູ່ເຂດ Stavropol. ໃນຂະນະນັ້ນ, ສຳນັກຂ່າວສານ RIA Novosti ໃຫ້ຂ່າວວ່າ ບັນດາສິ້ນສ່ວນຂອງວັດຖຸລະເບີດສ້າງເອງ ແລະ ທາດເຄມີຕ່າງ ໄດ້ຄົ້ນພົບຢູ່ເຮືອນຫຼັງໜຶ່ງຂອງ 1 ໃນ 3 ເປົ້າໝາຍດັ່ງກ່າວ.

ເຂດ Stavropol ນອນຢູ່ພາກເໜືອ Caucasus ຂຶ້ນກັບທາງທິດໃຕ້ຂອງປະເທດລັດເຊຍ, ຕິດພັນກັບເຂດ Dagestan ແລະ Chechnya ພ້ອມກັບເຂດອື່ນໆ. ແຈ້ງການຂອງ FSBໄດ້ຍົກອອກມາພາຍຫຼັງ 1 ອາທິດເກີດເຫດ ກໍ່ການຮ້າຍ ຢູ່ໂຮງລະຄອນ Crocus City Hall ຢູ່ຊານເມືອງ ມົດສະກູໃນວັນທີ 22 ມີນາ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 144 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ