ລັດເຊຍບໍ່ສະໜັບສະໜູນຂໍ້ສະເໜີຂອງອາເມລິກາໃນການປະຕິຮູບສະຫະປະຊາຊາດ

(VOVWORLD) -ວັນທີ 18 ກັນຍາ, ທ່ານ Leonid Slutsky, ປະທານຄະນະກຳມະການບັນດາບັນຫາສາກົນທີ່ຂຶ້ນກັບ Duma ແຫ່ງຊາດ (ຫຼືສະພາຕ່ຳ) ລັດເຊຍ ຖືວ່າ, ບັນດາຂໍ້ສະເໜີຂອງອາເມລິກາ ກ່ຽວກັບການປະຕິຮູບສະຫະປະຊາຊາດແມ່ນບາດກ້າວມຸ່ງໄປເຖິງຄວາມເປັນລະບຽບຮຽບຮ້ອຍໂລກຂົ້ວດຽວ ແລະ ມົດສະກູ ຈະບໍ່ສະໜັບສະໜູນສິ່ງດັ່ງກ່າວ.

ລັດເຊຍບໍ່ສະໜັບສະໜູນຂໍ້ສະເໜີຂອງອາເມລິກາໃນການປະຕິຮູບສະຫະປະຊາຊາດ - ảnh 1

ກອງປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 72 

(ພາບປະກອບ: THX/TTXVN)

ກ່າວຄຳເຫັນຢູ່ນອກວາລະກອງປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 72, ທ່ານ Slutsky ໃຫ້ຮູ້ວ່າ: ລັດເຊຍ ຖືບັນດາຂໍ້ສະເໜີຂອງອາເມລິກາ ກ່ຽວກັບການປະຕິຮູບສະຫະປະຊາຊາດແມ່ນບາດກ້າວໃຫຍ່ໃນ “ລະບົບອົງການຈັດຕັ້ງຂອງອາເມລິກາ” ເພື່ອມຸ່ງໄປເຖິງຄວາມເປັນລະບຽບຮຽບຮ້ອຍຂອງໂລກຂົ້ວດຽວ, ຫຼຸດຜ່ອນບົດບາດຂອງສະຫະປະຊາຊາດໃນໂຄງປະກອບຂອງສະຕະວັດທີ 21. ເຖິງຢ່າງໃດກໍ່ຕາມ, ລັດເຊຍ ບໍ່ທັນກຽມພ້ອມສະໜັບສະໜູນ ຫຼື ອອກຖະແຫຼງເຂົ້າຮ່ວມວິວັດທະນາການນີ້. ກ່ອນໜ້ານັ້ນ, ຢູ່ສຳນັກງານສະຫະປະຊາຊາດທີ່ນິວຢອກ, ອາເມລິກາ, ທ່ານປະທານາທິບໍດີອາເມລິກາ Donal Trump ໄດ້ເປັນເຈົ້າພວມຈັດຕັ້ງເຫດການປຶກສາຫາລືຂັ້ນສູງກ່ຽວກັບການປະຕິຮູບສະຫະປະຊາຊາດ. ກ່າວຄຳເຫັນຢູ່ທີ່ນີ້ທ່ານ Donal Trump ຖືວ່າ, ອາເມລິກາ ບໍ່ທັນເຫັນໝາກຜົນຂອງການເຄື່ອນໄຫວທີ່ເໝາະສົມກັບການລົງທຶນຂອງອາເມລິກາ ໃຫ້ອົງການນີ້ ແລະ ສະປະຊາຊາດບໍ່ຄວນສືບຕໍ່ຮັກສາບັນດາການເຄື່ອນໄຫວເກົ່າທີ່ບໍ່ມີປະສິດທິຜົນອີກ.

ຕອບກັບ

ຂ່າວ/ບົດ​ອື່ນ