ລັດເຊຍປະຕິເສດການສ້າງຕັ້ງສານສາກົນພິພາກສາເຫດເຮືອບິນMH17ຕົກ

ລັດເຊຍປະຕິເສດການສ້າງຕັ້ງສານສາກົນພິພາກສາເຫດເຮືອບິນMH17ຕົກ - ảnh 1
(ພາບປະກອບອີນເຕີແນດ)

​​(vovworld) - ວັນ​ທີ 29/07, ລັດ​ເສຍ​ໄດ້​ນຳໃຊ້​ສິດ​ຢັບຢັ້ງ​ຂອງ​ຕົນ​ເພື່ອ​ປະຕິ​ເສດ​ຮ່າງມະຕິສະບັບ​ໜຶ່ງ​ທີ່​ການ​ປ່​ອນບັດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສານ​ສາກົນ​ພິພາກ​ສາ​ເຫດບິ​ນ MH17 ຕົກ ຢູ່​ເຂດ Donbass, ທາງທິດຕາ​ເວັນ​ອອກ​ຢູ​ແກຼນ, ​ເມື່ອ​ເດືອນ 07/2014. ຮ່າງ​ມະຕິ​ນີ້​ໄດ້​ຮັບຄວາມ​ເຫັນ​ດີຈາກ​ຜູ້ຕາງໜ້າ​ຂອງ 11/15 ປະ​ເທດ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ແລະ ມີ 3 ປະ​ເທດປ່ອນ​ບັດ​ຂາວ. ກ່າວຄຳ​ເຫັນ​ພາຍຫຼັງ​ການ​ປ່ອນ​ບັດ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ມາ​ເລ​ເຊ​ຍ Liow Tiong Lai ​ເວົ້າ​ວ່າ, ທ່ານ​ຮູ້ສຶກ​ວ່າ​ຮ່າງ​ມະຕິ​ບໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ຂອງ​ທັງ​ສະພາ. ທ່ານ​ກໍ​ສະ​ແດງ​ຄວາມ​ເສຍ​ຫວັງ​ເມື່ອ​ສະພາ​ບໍ່​ຊອກ​ຫາ​ໄດ້​ສຽງ​ເວົ້າ​ລວມ​ ​ໃນ​ການ​ຜັນ​ຂະ​ຫຍາ​ຍບັນດາ​ບາດກ້າວ​ທີ່ຈຳ​ເປັນ​ເພື່ອ​ນຳ​ຕົວ​ການ​ຍິງ​ເຮືອບິນ MH 17 ຕົກອອກ​ສານ​ຍຸຕິ​ທຳ. ​ໃນ​ຂະນະ​ນັ້ນ,  ຜູ້ຕາງໜ້າ​ຂອງ​ລັດ​ເຊ​ຍ ປະຈຳ​ສະຫະ​ປະຊາ​ຊາດ Vitaly Churkin ສືບ​ຕໍ່​ຖື​ວ່າ, ຮ່າງ​ມະຕິ​ດັ່ງກ່າວ​ແມ່ນ​ບໍ່​ເໝາະ​ສົມ ​ແລະ ​ໄວ​ເກີນ​ໄປ ​ແລະ ​ເລື່ອງ​ຢັບຢັ້ງຂອງ​ລັດ​ເຊຍ ບໍ່​ແນ​ໃສ່​ຈຸດປະສົງ​ກີດ​ຂວາງການ​ສືບສວນ​ຮອບດ້ານ ຫຼື ວິວັດ​ການ​ປະຕິບັດ​ຄວາມ​ຍຸ​ຕະທຳ.

ຂ່າວ/ບົດ​ອື່ນ