ລັດ​ເຊຍ​ພ້ອມ​ແລ້ວ​ທີ່​ຈະ​ເປີດ​ກວ້າງການຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກໍາ​ກັບ ຫວຽດນາມ ​ແລະ ອາຊຽນ

(VOVWORLD) -      ວັນທີ 27 ກໍລະກົດ, ກະຊວງພັດທະນາເສດຖະກິດ ລັດເຊຍ ໄດ້ອອກແຈ້ງການວ່າ ອົງການດັ່ງກ່າວ ພ້ອມແລ້ວທີ່ຈະເປີດກວ້າງການຮ່ວມມືກັບ ຫວຽດນາມ ແລະ ບັນດາປະເທດສະມາຊິກ ອາຊຽນ ໃນຂົງເຂດກະສິກໍາ ແລະ ຜັນຂະຫຍາຍບັນດາໂຄງການພັດທະນາເຕັກໂນໂລຢີ ປ່ຽນແປງໃໝ່ໃນຂົງເຂດດັ່ງກ່າວ.

   ກ່າວຄໍາເຫັນທີ່ກອງປະຊຸມປຶກສາຫາລືຂັ້ນສູງ ທາງອອນລາຍ ກ່ຽວກັບດ້ານເສດຖະກິດລະຫວ່່າງ ລັດເຊຍ - ອາຊຽນ, ທ່ານນາງ Natalya Stapran ຫົວໜ້າກົມຮ່ວມມືດ້ານເສດຖະກິດຫຼາຍຝ່າຍ ແລະ ບັນດາໂຄງການພິເສດ ສັງກັດກະຊວງພັດທະນາເສດຖະກິດ ລັດເຊຍ ໃຫ້ຮູ້ວ່າ, ໃນ 5 ເດືອນຕົ້ນປີ 2020, ລັດເຊຍ ໄດ້ເພີ່ມທະວີການສົ່ງອອກຜະລິດຕະພັນກະເສດ ມາຍັງ ຫວຽດນາມ ຫຼາຍກວ່າທົບ 4 ເທົ່າ ເມື່ອທຽບໃສ່ປີແລ້ວນີ້. ທ່ານນາງ ໄດ້ຢັ້ງຢືນວ່າ ກະຊວງພັດທະນາເສດຖະກິດ ລັດເຊຍ ໄດ້ມີແຜນນະໂຍບາຍພ້ອມແລ້ວທີ່ຈະເປີດກວ້າງການຮ່ວມມືກັບ ຫວຽດນາມ ແລະ ອາຊຽນ ໃນຂົງເຂດດັ່ງກ່າວ.

        ກ່ຽວກັບການຮ່ວມມືຫຼາຍຝ່າຍກັບບັນດາປະເທດ ອາຊຽນ, ເຈົ້າໜ້າທີ່ລັດເຊຍ ຢັ້ງຢືນວ່າ ຈະຜັນຂະຫຍາຍບັນດາໂຄງການທີ່ມີແງ່ຫວັງໃນຂົງເຂດທໍາຄວາມສະອາດແຫຼ່ງນໍ້າ ແລະ ໝູນໃຊ້ເຕັກໂນໂລຢີປ່ຽນແປງໃໝ່ ເພື່ອຍົກສູງລັກສະນະຍືນຍົງໃນການນໍາໃຊ້ດິນກະສິກໍາ. ລັດເຊຍ ກໍສະເໜີຂໍ້ລິເລີ່ມ ຜັນຂະຫຍາຍໂຄງການ ພ້ອມກັບບັນດາປະເທດ ອາຊຽນ ພັດທະນາບັນດາວິທີສໍາຜັດລວມ ເພື່ອແນໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງດ້ານເສດຖະກິດຈາກໂລກລະບາດໂຄວິດ - 19.


ຕອບກັບ

ຂ່າວ/ບົດ​ອື່ນ