ລັດເຊຍຟື້ນຟູຖານທີ່ໝັ້ນກອງທັບເຮືອຢູ່Crimeaຢ່າງສົມບູນ

ລັດເຊຍຟື້ນຟູຖານທີ່ໝັ້ນກອງທັບເຮືອຢູ່Crimeaຢ່າງສົມບູນ - ảnh 1
ກຳ​ປັ່ນ​ຂຶ້ນ​ກັບກອງ​ທະ​ຫານ​​ເຮືອທະ​ເລ​ດຳ​ຂອງ​ລັດ​ເຊຍ
(ພາບ: dantri.com)

(vovworld) - ​​ ​ຖານ​ທີ່​ໝັ້ນ​ກອງ​ທັບ​ເຮືອ​ຢູ່ Crimea, ເຄີຍ​ເປັນ​ສ່ວນ​ໜຶ່ງ​ຂອງ ກອງ​ທະ​ຫານ​​ເຮືອທະ​ເລ​ດຳ​ຂອງ​ລັດ​ເຊຍ, ໄດ້​ຮັບ​ການ​ຟື້ນ​ຟູ​ຢ່າງ​ສົມ​ບູນ ແລະ ກ້າວ​ເຂົ້າ​ສູ່​ການ​ເຄື່ອນ​ໄຫວ. ນີ້​ແມ່ນ​ແຈ້ງ​ການ​ໂດຍ​ຜູ້​ຕາງ​ໜ້າ​ຂອງກອງ​ບັນ​ຊາ​ການກອງ​ທະ​ຫານ​​ເຮືອທະ​ເລ​ດຳ ຍົກ​ອອກ​ມາ​ໃນ​ວັນ​ທີ 21/12. ນັບ​ແຕ່​ເມື່ອ​ຮັບ​ການ​ສ້າງ​ຕັ້ງ​ກ່ອນນີ້ 200 ປີ, ກອງ​ທະ​ຫານ​ເຮືອ​ທະ​ເລ​ດຳ ໄດ້​ຕັ້ງ​ທັບ​ຢູ່ Sevastopol ໃນ​ແຫຼມ Crimea. ແຫຼມ Crimea ກ່ອນນີ້​ແມ່ນ​ສ່ວນ​ໜຶ່ງ​ຂອງ​ສະ​ຫະ​ພັນ ລັດ​ເຊຍ ​ແຕ່​ເດືອນ 5/1954 ໄດ້​ມອບ​ໃຫ້ ຢູ​ແກຼນ ຄາວນັ້ນ​ຍັງ​ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ໂຊວຽດ ເກົ່າ. ເດືອນ 5/1992, ສະ​ພາ​ສູງ​ສຸດ Crimea (ສະ​ພາ​ແຫ່ງ​ຊາດ) ຖະ​ແຫຼງ​ປະ​ກາດ​ເອ​ກະ​ລາດ​ກັບ ຢູ​ແກຼນ ແລະ ສະ​ເໜີ​ຈັດ​ຕັ້ງ​ການ​ລົງ​ປະ​ຊາ​ມະ​ຕິ​ກ່ຽວ​ກັບ​ບັນ​ຫານີ້, ແຕ່​ວົງ​ການ​ເຈົ້າ​ໜ້າ​ທີ່ ຢູ​ແກຼນ ໄດ້​ປະ​ຕິ​ເສດ. ສາ​ທາ​ລະ​ນະ​ລັດ​ປົກ​ຄອງ​ດ້ວຍ​ຕົນ​ເອງ Crimea ຈັດ​ຕັ້ງ​ການ​ລົງ​ປະ​ຊາ​ມະ​ຕິ 2 ເທື່ອ​ໃນ​ປີ 1991 ແລະ 1994 ເພື່ອຢັ່ງ​ຫາງ​ສຽງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢາກ​ໃຫ​້ Crimea ​ຂຶ້ນ​ກັບ ຢູ​ແກຼນ ດ້ວຍ​ສິດ​ປົກ​ຄອງ​ໃຫຍ່ຫຼວງ​ກ່​ວາ ຫຼື ຢາກໂຮມ​ເຂົ້າ​​ດິນ​ແດນລັດ​ເຊຍ. ພາຍຫຼັງ​ການ​ລົງ​ປະ​ຊາ​ມະ​ຕິ​ຖືກ​ດຳ​ເນີນ​ໃນ​ວັນ​ທີ 16/3 ຜ່ານ​ມາ, ດ້ວຍ​​​ປະ​ຊາ​ຊົນ​ຢູ່ Crimea ເກືອບ​ທັງ​ໝົດສະ​ໜັບ​ສະ​ໜູນ​ເລື່ອງ​ໂຮມ​ເຂົ້າດິນ​ແດນ​ລັດ​ເຊຍ, ແຫຼມ Crimea ແລະ ນະ​ຄອ​ນ Sevastopol ໄດ້​ໂຮມ​ເຂົ້າ​ດິນ​ແດນ​ລັ​ດ​ເຊຍ ຢ່າງ​ເປັນ​ທາງ​ການ.



ຂ່າວ/ບົດ​ອື່ນ