ລັດເຊຍຢືນຢັນຄືນໃຫມ່ຈະສະຫນັບສະຫນູນອະທິປະໄຕ,ເອກະພາບແລະຜືນແຜ່ນດິນອັນຄົບຖ້ວນຂອງຊີຣີ

ລັດເຊຍຢືນຢັນຄືນໃຫມ່ຈະສະຫນັບສະຫນູນອະທິປະໄຕ,ເອກະພາບແລະຜືນແຜ່ນດິນອັນຄົບຖ້ວນຂອງຊີຣີ - ảnh 1
ທ່ານ Seigei Lavrov, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ
​ການ​ຕ່າງ​ປະ​ເທດ ລັດ​ເຊຍ
ພາບ:vnexpress.net

(vovworl)- ວັນ​ທີ 31/8, ຢູ່ ມົດ​ສະ​ກູ, ທ່ານ Seigei Lavrov, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ Hassan Abdel Azim ຫົວ​ຫນ້າ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ແຫ່ງ​ຊາດ​ເພື່ອ​ການ​ປ່ຽນ​ແປງ​ປະ​ຊາ​ທິ​ປ​ະ​ໄຕ​ຢູ່ ຊີ​ຣີ. ນະ​ທີ່ນີ້, ​ທ່ານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດລັດ​ເຊຍ Seigei Lavrov ໄດ້​ຢືນ​ຢັນ​ຄືນ​ໃຫມ່​ຫລັກ​ໝັ້ນ​ຂອງ​ລັດ​ເຊຍ ​ແມ່ນ​ສະ​ຫນັບ​ສະ​ຫນູນ​ອະ​ທິ​ປະ​ໄຕ, ​ເອ​ກະ​ພ​າບ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ ຊີ​ຣີ. ​ກະ​ຊວງການ​ຕ່າງ​ປະ​ເທດ ລັດ​ເຊຍ ໃຫ້​ຮູ້​ວ່າ: ບັນ​ດາ​ຜູ້​ຕາງ​ຫນ້າ​ກຳ​ລັງ​ຝ່າຍ​ຄ້ານ ຊີ​ຣີ ເຂົ້າ​ຮ່ວມ​ການ​ພົບ​ປະ​ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ດ້ານ​ການ​ເມືອງ ການ​ທູດ ຂອງ​ລັດ​ເຊຍ ເພື່​ອ​ແນ​ໃສ່​ຫນູນ​ຊ່ວຍ​​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ຊີ​ຣີ ​ຜ່ານ​ການ​ເຈ​ລະ​ຈາໂດຍ​ສັນ​ຕິ​ວິ​ທີ ແລະ ບໍ່​ມີ​ການ​ແຊກ​ແຊງ​ຈາກ​ພາຍນອກ ບົນ​ພື້ນ​ຖານ​ຖະ​ແຫລງ​ການ​ຮ່ວມ ເຊີ​ແນວ ເມືື່ອ​ວັນ​ທີ 30/6/2012.

ຂ່າວ/ບົດ​ອື່ນ