ລັດເຊຍຢືນຢັນວ່າໄດ້ແລະຈະດັບສູນພວກກໍ່ການຮ້າຍຢູ່ແຂວງ Idlib ຂອງຊີຣີ

(VOVWORLD) -ວັນທີ 06 ກັນຍາ, ກະຊວງການຕ່າງປະເທດລັດເຊຍ ຖະແຫຼງວ່າ, ປະເທດນີ້ຈະສືບຕໍ່ດັບສູນບັນດາພວກກໍ່ການຮ້າຍຢູ່ແຂວງ Idlib, ກໍຄືຢູ່ແຫ່ງອື່ນໃນຊີຣີ, ເພື່ອຊ່ວຍຟື້ນຟູສັນຕິພາບຢູ່ຊີຣີ ຄືນໃໝ່.

ລັດເຊຍຢືນຢັນວ່າໄດ້ແລະຈະດັບສູນພວກກໍ່ການຮ້າຍຢູ່ແຂວງ Idlib ຂອງຊີຣີ - ảnh 1

ທ່ານນາງ Maria Zakharova, ໂຄສົກກະຊວງການຕ່າງປະເທດລັດເຊຍ 

(ພາບ: AFP TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານນາງ Maria Zakharova, ໂຄສົກກະຊວງການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ, ລັດເຊຍ ພວມ, ໄດ້ ແລະ ຈະສືບຕໍ່ດັບສູນບັນດາພາກສ່ວນກໍ່ການຮ້າຍຢູ່ Aleppo, Idlib ກໍຄືບັນດາເຂດອື່ນຢູ່ຊີຣີ ເພື່ອນຳສັນຕິພາບກັບຄືນສູ່ປະເທດນີ້. ທ່ານນາງ Maria Zakharova ເນັ້ນໜັກວ່າ, ນີ້ແມ່ນບັນຫາກ່ຽວຂ້ອງເຖິງຄວາມໝັ້ນຄົງຂອງລັດເຊຍ.

        ກ່ອນໜ້ານັ້ນໜຶ່ງວັນ, ກະຊວງປ້ອງກັນປະເທດລັດເຊຍ ຢັ້ງຢືນວ່າ, ບັນດາເຮືອບິນສູ້ຮົບຂອງປະເທດນີ້ໄດ້ບຸກໂຈມຕີທາງອາກາດໃສ່ບັນດາເປົ້າໝາຍຢູ່ແຂວງ Idlib ຂອງຊີຣີ. ແຕ່ເຖິງຢ່າງໃດກໍ່ຕາມ, ກະຊວງປ້ອງກັນປະເທດລັດເຊຍ ຢືນຢັນວ່າ, ປະເທດນີ້ພຽງແຕ່ບຸກໂຈມຕີໃສ່ກຸ່ມແນວໂຮມ Al – Nusra ຫາກບໍ່ໄດ້ບຸກໂຈມຕີໃສ່ບັນດາເຂດມີພົນລະເມືອງເປັນຈຳນວນຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ