ລັດ​ເຊຍ​ສ້​າງ​ສູນ​ຮັບ​ມື​ດ້ານມະ​ນຸ​ດ​ສະ​ທຳ​ຢູ່​ໃຈ​ກາງ Nagorno – Karabakh

(VOVWORLD) - ກະຊວງປ້ອງກັນປະເທດ ລັດເຊຍ ໄດ້ເລີ່ມຕົ້ນການກໍ່ສ້າງສູນຮັບມືມະນຸດສະທຳລະຫວ່າງ ຂະແໜງຢູ່ Stepanakert,ໂດຍແມ່ນເມືອງເອກຂອງເຂດທີ່ເກີດປະທະກັນ  Nagorno – Karabakh.
ລັດ​ເຊຍ​ສ້​າງ​ສູນ​ຮັບ​ມື​ດ້ານມະ​ນຸ​ດ​ສະ​ທຳ​ຢູ່​ໃຈ​ກາງ Nagorno – Karabakh - ảnh 1ລົດທະການສັງກັດກຳລັງຮັກສາສັນຕິພາບ ລັດເຊຍເດີນທາງໄປຍັງ  ອາກເມນີໃນວັນທີ 12 ພະຈິກ (ພາບ: AFP/TTXVN)

ວັນທີ 15 ພະຈິກ, ສູນບັນຊາການປ້ອງກັນປະເທດ ລັດເຊຍ ປະກາດວ່າການສ້າງສູນຮັບມືດ້ານມະນຸດສະທຳ ລະຫວ່າງຂະແໜງ ຈະສຳເລັດໃນວັນທີ 20 ພະຈິກ 2020. ນັບແຕ່ຈຸດເວລານີ້, ສູນຈະເລີ່ມຕົ້ນການປະຕິບັດບັນດາໜ້າທີ່ຮັບມືດ້ານມະນຸດສະທຳທີ່ໄດ້ມອບໝາຍທັງໝົດ. ສູນຮັບມືດ້ານມະນຸດສະທຳລະຫວ່າງຂະແໜງຈະໄດ້ຮັບການເພີ່ມທະວີດ້ວຍກຳລັງພິເສດຂອງ ກະຊວງສະພາບການສຸກເສີນ ລັດເຊຍ, ກໍ່ຄືບັນດາກຳລັງ ແລະ ອຸປະກອນຂອງອົງການປ້ອງກັນຊາຍແດນ ສັງກັດອົງການຄວາມໝັ້ນຄົງ ສະຫະພັນລັດເຊຍ ແລະ ຜູ້ຕາງໜ້າບັນດາອົງການປະຕິບັດກົດໝາຍ ສະຫະພັນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ