ລັດ​ເຊຍ​ຮັບ​ຮອງ​​ເອົາ ເອ​ກະ​ລາດ​ຂອງ​ ​ເຂດ Kherson ແລະ Zaporizhzhia

(VOVWORLD) -ຕາມສຳນັກຂ່າວສານ Sputniknews ແລ້ວ, ວັນທີ 30 ກັນຍາ, ປະຕູຖານຂໍ້ມູນນິຕິກຳທາງການຂອງ ລັດເຊຍ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ລົງນາມໃນ ລັດຖະບັນຍັດ ຮັບຮອງເອົາ ເອກະລາດ ແລະ ອະທິປະໄຕ ຂອງເຂດ Kherson ແລະ Zaporizhzhia ຢູ່ທາງພາກໃຕ້ ປະເທດ ຢູແກຼນ. 
ລັດ​ເຊຍ​ຮັບ​ຮອງ​​ເອົາ ເອ​ກະ​ລາດ​ຂອງ​ ​ເຂດ Kherson ແລະ Zaporizhzhia - ảnh 1ລັດເຊຍຈັດຕັ້ງການລົງປະຊາມະຕິ (ພາບ: Reuters)

ລັດຖະບັນຍັດສະບັບໜຶ່ງທີ່ຄ້າຍຄືກັນ ຢັ້ງຢືນອະທິປະໄຕ ແລະເອກະລາດຂອງ ເຂດ Zaporizhzhia ເຊິ່ງໄດ້ປະກາດໃນວັນດຽວກັນຢູ່ປະຕູຖານນີ້. ກ່ອນໜ້ານັ້ນ, ວັນທີ 27 ກັນຍາ, ວົງການເຈົ້າໜ້າ 2 ເຂດດັ່ງກ່າວຂອງ ຢູແກຼນ ໄດ້ປະກາດໝາກຜົນຂອງການ ລົງປະຊາມະຕິ ກ່ຽວກັບການໂຮມເຂົ້າ ລັດເຊຍ. ກ່າວຄຳເຫັນຕໍ່ສະມັດຊາໃຫຍ່ ສປຊ, ວັນທີ 27 ກັນຍາ ທ່ານປະທານາທິບໍດີ ຢູແກຼນ ໄດ້ປະກາດວ່າ ຈະບໍ່ຮັບຮອງເອົາໝາກຜົນຂອງການ ລົງປະຊາມະຕິຢູ່ເຂດດັ່ງກ່າວ ແລະ ບໍ່ເຈລະຈາກັບ ລັດເຊຍ ພາຍຫຼັງ ມົດສະກູດຳເນີນການ ລົງປະຊາມະຕິ ໂຮມ 4 ເຂດຜືນແຜ່ນດິນຂອງ ຢູແກຼນ ເຂົ້າປະເທດຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ